ທ່ານນາງ Ha Thi Khiet ຫົວຫນ້າຄະນະໂຄສະນາຂົນຂວາຍປຊຊສູນກາງເຮັດວຽກຢູ່ ແຂວງ Quang Nam

Chia sẻ
ຕອນ​ເຊົ້າ​ວັນ​ທີ 1/11, ທ່ານ​ນາງ Ha Thi Khiet ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ຂົນ​ຂວາ​ຍປະຊາຊົນ​ສູນ​ກາງ​ ນຳ​ຫນ້າ​ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ​ໄດ້​ມີ​ການເຮັດ​ວຽກກັບ​ຕາ​ແສງ Tra Tan ​ຢູ່ Bac Tra Mi ​ແຂວງ Quang Nam

ທ່ານນາງ Ha Thi Khiet ຫົວຫນ້າຄະນະໂຄສະນາຂົນຂວາຍປຊຊສູນກາງເຮັດວຽກຢູ່ ແຂວງ Quang Nam  - ảnh 1
ທ່ານ​ນາງ Ha Thi Khiet ຫົວຫນ້າ​ຄະນະ​ໂຄສະນາ​ຂົນ​ຂວາ​ຍ
ປະຊາຊົນ​ສູນ​ກາງ​
ພາບ: internet



(vovworld) - ຕອນ​ເຊົ້າ​ວັນ​ທີ 1/11, ທ່ານ​ນາງ Ha Thi Khiet ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ຂົນ​ຂວາ​ຍປະຊາຊົນ​ສູນ​ກາງ​ ນຳ​ຫນ້າ​ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ​ໄດ້​ມີ​ການເຮັດ​ວຽກກັບ​ຕາ​ແສງ Tra Tan ​ຢູ່ Bac Tra Mi ​ແຂວງ Quang Nam ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລ​ກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ກາ​ນຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ພາຍຫລັງ​ຮັບ​ຟັງ​ທ່ານ​ເລຂາ​ອົງຄະ​ນະ​ພັກ​ຕາ​ແສງ Tra Tan ລາຍ​ງານ​ໝາກຜົນ​​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ໃນ​ 1 ປີ ຜ່ານ​ມາ, ທ່ານ​ນາງ Ha Thi Khiet ​ໄດ້​ຮັບ​ຮູ້​ວິທີ​ປະຕິບັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ອົງຄະ​ນະ​ພັກ, ​ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ສ້າງ​ໂຄງການ, ​ແຜນການ​ກວດກາ​ການ​ປະຕິບັດ​ຢູ່​ຫນ່ວຍ​ພັກ.  ພ້ອມ​ກັນ​ນັ້ນ ອົງຄະ​ນະ​ພັກ​ຕາ​ແສງ Tra Tan ກໍ​ໄດ້​ ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ຕິດ​ພັນກັບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ. ທ່ານ​ນາງ Ha Thi Khiet ຫົວຫນ້າ​ຄະນະ​ໂຄສະນາ​ຂົນ​ຂວາ​ຍປະຊາຊົນ​ສູນ​ກາງ ​ໄດ້​ຂໍ​ໃຫ້​ເອົາ​ໃຈ​ໃສ່​ເຖິງ​ບາງ​ບັນຫາ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ສຳລັບ​ແຕ່ລະ​ທ້ອງ​ຖິ່ນ​ຢ່າງ​ລະອຽດ.