ທ່ານ ນາງ ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອັງທິຝ໋ອງ ເຂົ້າຮ່ວມພິທີໄຂ ກອງປະຊຸມສະມັດຊາໃຫ່ຍ ຂອງ ສະຫະພັນລັດຖະສະພາໂລກ ຄັ້ງທີ 141 |
ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫ່ຍ IPU-141 ເພື່ອປະກອບສ່ວນຍົກສູງທີ່ຕັ້ງບົດບາດໃນສາກົນຂອງຫວຽດນາມ. ສະແດງໃຫ້ເຫັນບົດບາດໃນການເປັນເຈົ້າການ, ຕັ້ງໜ້າເຂົ້າໃນວຽກງານແກ້ໄຂບັນດາສິ່ງທ້າທາຍໃນເຂດພາກພື້ນ ແລະ ທົ່ວໂລກ. ຢູ່ນອກກອງປະຊຸມສະມັດຊາໃຫ່ຍ IPU -141, ທ່ານ ນາງ ຕອັງທິຝ໋ອງ ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ກໍ່ມີບັນດາການພົບປະສອງຝ່າຍ ໂດຍແນໃສ່ເພີ່ມທະວີການຮ່ວມມື ລະຫວ່າງ ສະພາແຫ່ງຊາດຫວຽດນາມ ກັບບັນດາຄູ່ຮ່ວມມື ສະມາຊິກລັດຖະສະພາ IPU. ເຊິ່ງແມ່ນສະມາຊິກທີ່ຕັ້ງໜ້າ, ຂະຫຍັນຂັນເຄື່ອນ ແລະ ມີຄວາມຮັບຜິດຊອບໃນ IPU, ຫວຽດນາມ ໄດ້ຢັ້ງຢືນວ່າ: ຈະສືບຕໍ່ສະໜັບສະໜູນ, ສົມທົບກັບ IPU ຍົກສູງຄວາມເຂົ້າໃຈ ແລະ ການເຂົ້າຮ່ວມຂອງບັນດາສະມາຊິກສະພາແຫ່ງຊາດຫວຽດນາມ ເຂົ້າໃນການຊຸກຍູ້ຜັນຂະຫຍາຍການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຢູ່ ຫວຽດນາມ. ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາຍິງ IPU, ປະຊຸມກ່ຽວກັບກົນໄກ ASEAN +3 ແລະ ກຸ່ມຂອບເຂດພູມສາດການເມືອງ ອາຊີປາຊີຟິກ.