ທະນາຄານໂລກໜູນຊ່ວຍ 97 ລ້ານ USD ໃຫ້ແກ່ພື້ນຖານໂຄງລ່າງຊົນນະບົດຫວຽດນາມ

Chia sẻ

ທະນາຄານ​ໂລກ​ໜູນ​ຊ່ວຍ 97 ລ້ານ USD ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ​ຊົນນະບົດ​ຫວຽດນາມ

ທະນາຄານໂລກໜູນຊ່ວຍ 97 ລ້ານ USD ໃຫ້ແກ່ພື້ນຖານໂຄງລ່າງຊົນນະບົດຫວຽດນາມ - ảnh 1

(vovworld) - ວັນ​ທີ 9/3, ທະນາ​ຄານ​​ແຫ່ງ​ລັດ​ຫວຽດນາມ ​ແລະ ທະນາຄານ​ໂລກ​ ​ໄດ້​ເຊັນ​ສັນຍາ​ການ​ເງິນ​ເພີ່ມ​ເຕີມ​ໃຫ້​ແກ່​ໂຄງການ​ຄົມມະນາຄົມ​​ເຂດ​ຊົນນະບົດ 3. ບ້ວງ​ເງິ​ນໜູນ​ຊ່ວຍ 97 ລ້ານ USD ​​ໃນ​ສັນຍາ​ດັ່ງກ່າວແມ່ນ​ເພື່ອ​ແນ​ໃສ່​ບູລະນະ​ສ້ອມ​ແປງ​ເສັ້ນທາງ​ຄົມມະນາຄົມ, ຊ່ວຍ​ສ້າງ​ກາລະ​ໂອກາດ​ພັດທະນາ​ເສດຖະກິດນອກ​ຂົງ​ເຂດ​ກະສິກຳ  ​ແລະ ການ​ບໍລິການ​ສັງຄົມ​ໃຫ້​ແກ່​ບັນດາ​​ເຂດ​ຊົນນະບົດ​ທຸກ​ຍາກ. ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ຄົມມະນາຄົມ​ເຂດ​ຊົນນະບົດ 3 ​ສ້ອມ​ແປງ​​ເສັ້ນທາງ​ຄົມມະນາຄົມ​ໄດ້ກ່ວາ 2.000 ກິ​ໂລ​ເມັດ​ ພ້ອມ​ກັບ​ປູ​ລະນະຂົວ ​ແລະ ​ເສັ້ນທາງ​ຄົມມະນາຄົມ​​ເມືອງຕໍ່​ເນື່ອງປະມານ 13.000 ກິ​ໂລ​ເມັດສຳ​ເລັດຜົນ. ຄາດ​ວ່າ, ປະຊາຊົນ​ປະມານ 5 ລ້ານ​ຄົນ​ຢູ່ 32 ​ແຂວງ​ພາກ​ກາງ ​ແລະ ພາກ​ເໜືອ​ຫວຽດນາມ, ​ໃນ​ນັ້ນ ມີ 14 ​ແຂວງຢູ່​ເຂດ​ພູດ​ອຍ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ລະບົບ​ຄົມມະນາຄົມ​ທີ່​ໄດ້​ຮັບ​ການ​ບູລະນະ​ສ້ອມ​ແປງ.