ທະນາຄານໂລກແຕ່ງຕັ້ງທ່ານJimYongKimເປັນປະທານຄືນໃໝ່

Chia sẻ
ວັນທີ 27/9, ຄະນະ​ການ​ນຳ​ທະນາຄານ​ໂລກ (WB) ມີ​ສຳນັກງານ​ຕັ້ງ​ຢູ່ ວໍ​ຊິງ​ຕັນ ດີ​ຊີ, ອາ​ເມ​ລິ​ກາ ​ໄດ້​​ເປັນ​ເອກະ​ພາບ​ກັນແຕ່ງ​ຕັ້ງທ່າ​ນ Jim Yong Kim ​ເປັນ​ປະທານ WB ອາຍຸ​ການ​ທີ 2.
ທະນາຄານໂລກແຕ່ງຕັ້ງທ່ານJimYongKimເປັນປະທານຄືນໃໝ່ - ảnh 1ທ່າ​ນ Jim Yong Kim ​
(ພາບ: reuters)

(vovworld) – ວັນທີ 27/9, ຄະນະ​ການ​ນຳ​ທະນາຄານ​ໂລກ (WB) ມີ​ສຳນັກງານ​ຕັ້ງ​ຢູ່ ວໍ​ຊິງ​ຕັນ ດີ​ຊີ, ອາ​ເມ​ລິ​ກາ ​ໄດ້​​ເປັນ​ເອກະ​ພາບ​ກັນແຕ່ງ​ຕັ້ງທ່າ​ນ Jim Yong Kim ​ເປັນ​ປະທານ WB ອາຍຸ​ການ​ທີ 2. ທ່ານ Jim Yong Kim ​ແມ່ນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງຄົນ​ໜຶ່ງ​ດຽວ​ໃນ​ການ​ແຕ່ງ​ຕັ້ງ​ຄັ້ງ​ນີ້, ​ໃນ​ຂະນະທີ່​ບັນ​ດາ​ພະນັກງານ WB ​ແລະ ບັນດາ​ຜູ້​ຂົນຂວາຍ​​ໄດ້ຕຳ​ນິຕິ​ຕຽນ​ແມ່ນ​ຂາດ​ຄວາມ​ກະຈ່າງ​ແຈ້ງ ​ແລະ ຖືກ ອາ​ເມ​ລິ​ກາ ຄອບງຳ. ໃນ​ແຈ້ງ​ການ​ກ່ຽວ​ກັບ​ຄຳ​ຕັດສິນ​ຂອງ​ຕົນ, ຄະນະ​ຜູ້ອຳນວຍການ WB ​ໄດ້​ສ​ະ​​ແດງ​ການ​ສະໜັບສະໜູນຢ່າງ​ແຮງ​ສຳລັບ​ບັນດາ​ຜົນງານ​ຂອງ​ທ່ານ Jim Yong Kim, ​ໃນ​ນັ້ນ​ມີ​ຄາດ​ໝາຍ​ວາງ​ອອກ​ຮອດ​ປີ 2030 ຈະ​ລົບ​ລ້າງ​ສະພາບ​ອຶດ​ຫິວ, ທຸກ​ຍາກ​ທີ່ຮ້າຍ​ແຮງ​ໃນ​ໂລກ ​ແລະ ຈັດ​ຕັ້ງວຽກ​ງານ​ພາຍ​ໃນຄືນ​ໃໝ່​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ປະສານ​ງານ.

        ທ່ານ Jim Yong Kim ​ເກີດ​ປີ 1959, ​ແມ່ນ​ຊາວ ອາ​ເມ​ລິ​ກາ ​​ເຊື້ອ​ຊາດ​ ສ ​ເກົາຫຼີ. ​ເດືອນ 4/2012, ທ່ານ Jim Yong Kim ​ໄດ້ຮັບ​ແຕ່ງ​ຕັ້ງ​ເປັນ​ປະທານ WB ຕາມ​ຂໍ້​ສະ​ເໜີ​ຂອງ​ທ່ານ​ປະທານາທິບໍດີ Barack Obama, ຜ່ານ​ນັ້ນ​ກາຍ​ເປັນ​ຜູ້​ທີ່​ມີ​ເຊື້ອ​ຊາດ ອາຊີ ຄົນ​ທຳ​ອິດ​​ໄດ້ດຳລົງ​ຕຳ​ແໜ່​ງນີ້.