ທະນາຄານໂລກ ຮ່ວມເດີນທາງພ້ອມກັບ ການພັດທະນາຂອງ ຫວຽດນາມ

Chia sẻ
(vovworld) –
ທະນາຄານໂລກ ຮ່ວມເດີນທາງພ້ອມກັບ ການພັດທະນາຂອງ ຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​
​ຕ້ອນຮັບ​ທ່ານ Jim Yong Kim ປະທານ​ທະນາຄານ​ໂລກ
(ພາບ: qdnd.vn)


(vovworld) –

ທະນາຄານໂລກ ຮ່ວມເດີນທາງພ້ອມກັບ ການພັດທະນາຂອງ ຫວຽດນາມ - ảnh 2
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​
ຕ້ອນຮັບ​ທ່ານ Jim Yong Kim ປະທານ​ທະນາຄານ​ໂລກ)



ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ການ​ຮັບ​ຮູ້, ຄວາມ​ເຊື່ອ​ໝັ້ນ ​ແລະ ການ​ສະໜັບສະໜູນ​ຂອງ​ທະນາຄານ​ໂລກ ​ກໍ່​ຄື ປະຊາ​ຄົມ​ສາກົນ​ທີ່​ມີ​ຕໍ່​ວິວັດ​ແຫ່ງ​ການ​ປ່ຽນ​ໃໝ່​ຂອງ​ຫວຽດນາມ. ລັດຖະບານ​ຫວຽດນາມ​ ເຄົາລົບ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ນຳ​ໃຊ້​ທຸກ​ມາດ​ຕະການ​ເພື່ອ​ຮັບປະກັນ​ຜັນ​ຂະຫຍາຍ ແຫຼ່ງທຶນອັນ​ລຳ້​ຄ່າ​ນີ້​ຢ່າງ​ໄວ ​ແລະ ມີ​ປະສິດທິ​ຜົນ​ສູງ​ສຸດ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ​ສອງ​ຝ່າຍ, ການ​ພົວພັນ​ຄູ່​ຮ່ວມ​ມື​ພັດທະນາ​ລະຫວ່າງ​ຫວຽດນາມ - ທະນາຄານ​ໂລກ​ ຈະ​ນັບ​ມື້​ນັບ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່“.

        ສ່ວນ​ທ່ານ​ປະທານ​ທະນາຄານ​ໂລກ Jim Yong Kim ກໍ່​ເນັ້ນ​ໜັກ​ວ່າ:

        “ມື້​ນີ້​ຂ້າພະ​ເຈົ້າ​ພາກພູມ​ໃຈ​ທີ່​ຢືນຢັນ​ວ່າ ກຸ່ມ​ທະນາຄານ​ໂລກ ​ຈະ​ສືບ​ຕໍ່​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ​ ໃນ​ວິວັດ​ທີ່​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຂະໜາດກາງ. ບັນດາ​ບົດຮຽນ​ຂອງ​ຫວຽດນາມ ມີ​ປະ​ໂຫຍ​ດທີ່​ສຸດ​ສຳລັບບັນດາ​ປະ​ເທດ​ອື່ນ ​ກໍ່​ຄື​ພວກ​ຂ້າພະ​ເຈົ້າ, ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ອຸປະຖຳ​ເພື່ອ​ປະຕິບັດ​ຈຸດໝາຍ​ລວມ​ ນັ້ນແມ່ນ​ຢຸດຕິ​ສະພາບ​ທຸກ​ຍາກ ​ແລະ ສ້າງ​ຄວາມ​ວັດ​ທະນາ​ຖາວອນ​ລວມ. ຫວຽດນາມ ​ແມ່ນ​ແບບຢ່າງ​ທີ່​ປະສົບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ ​ແລະ ຄວນ​ແບ່ງປັນ​ບົດຮຽນ​ຂອງ​ຫວຽດນາມ​ ເຖິງ​ທົ່ວ​ໂລກ“.

        ພາຍຫຼັງ​ການ​ພົບ​ປະ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​​ເປັນ​ສັກຂີ​ພິຍານພິທີ​ລົງ​ນາມ​ໃນ​​ສັນຍາ​ກູ້​ຢືມ​ທຶນ​ດ້ວຍ​ດອກ​ເບ້ຍ​ພິ​ເສດລະ ຫວ່າງ​ທ່ານ ປະທານ​ທະນາຄານ​ໂລກ Jim Yong Kim ​ແລະ ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ຫງວຽນ​ວັນ​ບິ່ງ ດ້ວຍ​ມູນ​ຄ່າ 876 ລ້ານ​ໂດ​ລາ​ສະຫະລັດ. ນີ້​ແມ່ນ​ແຫຼ່ງທຶນ​ທີ່​ຈະ​ອຸປະຖຳ​ໃຫ້​ບັນດາ​ລາຍການ, ​ໂຄງການ​ທີ່​ມີ​ເປົ້າ​ໝາຍ​ຊົມ​ໃຊ້​ແມ່ນ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ຢູ່​ທ້ອງ​ຖີ່​ນ ຕ່າງໆ​​ໃນ​ທົ່ວ​ປະ​ເທດ​ຫວຽດນາມ.