ທະນາຄານ​ໂລກ ສືບ​ຕໍ່ໜູນຊ່ວຍ​ຫວຽດນາມ​ພັດທະນາ​ການ​ສຶກສາຂັ້ນ​ມະຫາວິທະຍາ​ໄລ ​ແລະ ຕົວ​ເມືອງ

Chia sẻ
(VOVWORLD) -        ວັນທີ 01 ກໍລະກົດ, ຄະນະຜູ້ອໍານວຍການຝ່າຍບໍລິຫານ ທະນາຄານໂລກ ໄດ້ອະນຸມັດຜ່ານບ້ວງເງິນທີີ່ມີມູນຄ່່າ 422 ລ້ານ USD ເພື່ອຍົກລະດັບຄຸນນະພາບຂອງມະຫາວິທະຍາໄລແຫ່ງຊາດ 3 ແຫ່ງ ຢູ່ຫວຽດນາມ ແລະ ໜູນຊ່ວຍນະຄອນ ຫວິງລອງ ເພີ່ມຄວາມອາດສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທະນາຄານ​ໂລກ ສືບ​ຕໍ່ໜູນຊ່ວຍ​ຫວຽດນາມ​ພັດທະນາ​ການ​ສຶກສາຂັ້ນ​ມະຫາວິທະຍາ​ໄລ ​ແລະ ຕົວ​ເມືອງ - ảnh 1 ທະນາຄານໂລກໄດ້ອະນຸມັດຜ່ານບ້ວງເງິນທີີ່ມີມູນຄ່່າ 422 ລ້ານ USD ເພື່ອຍົກລະດັບຄຸນນະພາບຂອງມະຫາວິທະຍາໄລແຫ່ງຊາດ 3 ແຫ່ງ ຢູ່ຫວຽດນາມ 

        ໃນນັ້ນ, ໂຄງການພັດທະນາມະຫາວິທະຍາໄລຫວຽດນາມ, ໂດຍໄດ້ຮັບການໜູນຊ່ວຍດ້ວຍບ້ວງເງິນສິນເຊື່ອມີມູນຄ່າ 295 ລ້ານ USD,ອັນໄດ້ປະກອບສ່ວນຍົກສູງກໍາລັງຄວາມສາມາດໃນການສິດສອນ ແລະ ຄົ້ນຄວ້າ ຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ແລະ ມະຫາວິທະຍາໄລດ່າໜັງ.

        ໃນຂະນະນັ້ນ, ໂຄງການພັດທະນາຕົວເມືອງ ແລະ ຍົກສູງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຫວິງລອງ, ດ້ວຍບ້ວງເງິນສິນເຊື່ອມມີມູນຄ່າ 127 ລ້ານ USD, ອັນໄດ້ປະກອບສ່ວນຊ່ວຍປົວແປງພື້ນຖານໂຄງລ່າງ  ແລະ ຄົມມະນາຄົມ, ພ້ອມທັງ ຫຼຸດຜ່ອນຄວາມສ່ຽງຖືກນໍ້າຖ້ວມຢູ່ເຂດໃຈກາງຕົວເມືອງ. 

ຕອບກັບ