ທູດພິເສດສະຫະປະຊາຊາດໄປ ຊີຣີ ເພື່ອຊຸກຍູ້ວິວັດທະນາການແຫ່ງສັນຕິພາບ

Chia sẻ
(VOVWORLD) - ວັນທີ 22 ກັນຍາ, ທ່ານ Geir Pedersen ທູດພິເສດສະຫະປະຊາຊາດກ່ຽວກັບ ຊີຣີ ປະກາດວ່າ ໄດ້ມີບັນດາບາດກ້າວໃນການສ້າງຕັ້ງຄະນະກຳມະການຮຽບຮຽງລັດຖະທຳມະນູນຂອງຊາວ ຊີຣີ. ແລະກໍ່ໃນວັນດຽວກັນ, ທ່ານ Geir Pedersen ໄດ້ໄປເຖິງນະຄອນຫລວງ Damascus ແລະ ຄາດວ່າ ຈະມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ Walid – al-Moallem ຢູ່ທີ່ນີ້.
ທູດພິເສດສະຫະປະຊາຊາດໄປ ຊີຣີ ເພື່ອຊຸກຍູ້ວິວັດທະນາການແຫ່ງສັນຕິພາບ - ảnh 1ທ່ານ Geir Pedersen ທູດພິເສດສະຫະປະຊາຊາດກ່ຽວກັບ ຊີຣີ (ພາບ: THX/TTXVN)

ວັນທີ 18 ກັນຍາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນວ່າ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊີຣີ ທັງໝົດນັ້ນ ໄດ້ເຫັນດີເປັນເອກະພາບກ່ຽວກັບພາກສ່ວນຂອງຄະນະກຳມະການ ດ້ວຍໜ້າທີ່ຮຽບຮຽງລັດຖະທຳມະນູນຂອງປະເທດນີ້ຄືນໃໝ່. ທ່ານ Geir Pedersen ພວມປະຕິບັດບັນດາວຽກງານສຸດທ້າຍກັບບັນດາຝ່າຍກ່ຽວກັບມາດຕາຕ່າງໆ.

        ໃນເດືອນ ມັງກອນ 2018, ທີ່ກອງປະຊຸມສັນຕິພາບ ຊີຣີ ໂດຍ ລັດເຊຍ ຈັດຕັ້ງ, ບັນດາຝ່າຍໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຈັດຕັ້ງຄະນະກຳມະການໜຶ່ງ ລວມມີສະມາຊິກ 150 ຄົນ ເພື່ອຮຽບຮຽງລັດຖະທຳມະນູນສະບັບໃໝ່ຂອງ ຊີຣີ. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວສຳຄັນ ເພື່ອກ້າວໄປເຖິງການເລືອກຕັ້ງ ແລະ ມາດຕະການການເມືອງໃຫ້ແກ່ການປະທະກັນຢູ່ ຊີຣີ.

ຕອບກັບ