ທູດພິເສດຂອງ ສປຊ ກ່າວເຕືອນກ່ຽວກັບຄວາມສ່ຽງເກີດວິກິດການການເມືອງຢູ່ລີບີ

Chia sẻ
(VOVWORLD) - ທ່ານ Bathily ສະເໜີວ່າ: ສະພາຄວາມໝັ້ນຄົງແຊກແຊງເພື່ອສະກັດກັ້ນມີຄວາມສ່ຽງໄພປະທະກັນ, ການໃຊ້ຄວາມຮຸນແຮງ, ໃນກໍລະນີມີຝ່າຍດຽວແຕ່ງຕັ້ງລັດຖະບານກໍ່ຄືຊຸກຍູ້ບັນດາຝ່າຍຢູ່ລີບີ ເຂົ້າຮ່ວມການສົນທະນາ.
ທູດພິເສດຂອງ ສປຊ ກ່າວເຕືອນກ່ຽວກັບຄວາມສ່ຽງເກີດວິກິດການການເມືອງຢູ່ລີບີ - ảnh 1ທ່ານ Abdoulaye Bathily, ທູດພິເສດຂອງ ສປຊ ປະຈຳ ລີບີ
(ພາບ:AFP/TTXVN )

ວັນທີ 16 ຕຸລາ, ທ່ານ Abdoulaye Bathily, ທູດພິເສດຂອງ ສປຊ ປະຈຳ ລີບີ ໄດ້ກ່າວເຕືອນກ່ຽວກັບບັນດາຄວາມຂັດແຍ້ງກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງ ແລະ ການສ້າງຕັ້ງລັດຖະບານໃໝ່ ອາດຈະມີຄວາມສ່ຽງກໍ່ໃຫ້ເກີດວິກິດການການເມືອງອື່ນໆຢູ່ລີບີ. ຕາມທ່ານ Bathily ແລ້ວ, ເລື່ອງຄະນະກຳມະການປະສົມ 6+6 (6 ສະມາຊິກຈາກສະພາແຫ່ງລັດຂັ້ນສູງ (HCS) ແລະ 6 ສະມາຊິກຈາກສະພາຕ່ຳ (HoR) ທີ່ມີສຳນັກງານຕັ້ງຢູ່ Tobruk, ໄດ້ຮັບການສ້າງຕັ້ງດ້ວຍໜ້າທີ່ສ້າງກົດໝາຍໃຫ້ແກ່ການເລືອກຕັ້ງຈະມາເຖິງ) ປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງໃຫ້ສຳເລັດຈະຊ່ວຍສ້າງກາລະໂອກາດເພື່ອທຳລາຍບັນດາສິ່ງຕິດຂັດໃນປະຈຸບັນຢູ່ປະເທດລີບີ. ແຕ່ເຖິງຢ່າງໃດກໍ່ຕາມ, ສະພາແຫ່ງລັດຂັ້ນສູງ (HCS), ມີສຳນັກງານຕັ້ງຢູ່ Tripoli, ພັດປະຕິເສດບັນດາຂໍ້ປັບປຸງໂດຍຄະນະກຳມະການນີ້ຍົກອອກມາ, ເຮັດໃຫ້ວິວັດການມີຄວາມສ່ຽງຖືກປະລາໄຊອີກເທື່ອໜຶ່ງ.

        ທ່ານ Bathily ສະເໜີວ່າ: ສະພາຄວາມໝັ້ນຄົງແຊກແຊງເພື່ອສະກັດກັ້ນມີຄວາມສ່ຽງໄພປະທະກັນ, ການໃຊ້ຄວາມຮຸນແຮງ, ໃນກໍລະນີມີຝ່າຍດຽວແຕ່ງຕັ້ງລັດຖະບານກໍ່ຄືຊຸກຍູ້ບັນດາຝ່າຍຢູ່ລີບີ ເຂົ້າຮ່ວມການສົນທະນາ. ທ່ານກໍ່ຮຽກຮ້ອງໃຫ້ທຸກໆຄູ່ຮ່ວມມືສາກົນຂອງລີບີ ສະໜັບສະໜູນວິວັດການເລືອກຕັ້ງ ຍ້ອນວ່າ ນີ້ແມ່ນວິທີໜຶ່ງດຽວ ເພື່ອສ້າງຕັ້ງປະເທດນີ້ຄືນໃໝ່, ບັນດາລະບອບລະບຽບການຖືກຕ້ອງຕາມກົດໝາຍເພື່ອອະນາຄົດສັນຕິພາບ, ເອກະພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

ຕອບກັບ