ທຸກ​ຄຳ​ຕັດ​ສິນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເລີ່ມມາ​ຈາກ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ

Chia sẻ
(VOVWORLD) -ໃນການແລກປ່ຽນກັບນັກຂ່າວ VOV ປະຈຳ ກຳປູເຈຍ, ທ່ານ Uch Laeng ນັກຊ່ຽວຊານອາຊີ ສັງກັດສະຖາບັນບັນດິດ ກຳປູເຈຍ ຖືວ່າ: ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ, ປະເທດ ຫວຽດນາມ ບັນລຸໄດ້ຫຼາຍຜົນງານທີ່ພົ້ນເດັ່ນ ແລະ ກາຍເປັນໜຶ່ງໃນບັນດາປະເທດປະທັບໃຈທີ່ສຸດໃນໂລກ. 
ທຸກ​ຄຳ​ຕັດ​ສິນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເລີ່ມມາ​ຈາກ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ - ảnh 1ຜູ້ແທນລົງປະຊາມິຕິຮັບຮອງເອົາມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ (ພາບ: TTXVN)

ໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈະສ້າງຕັ້ງພື້ນຖານຢ່າງໝັ້ນຄົງໜັກແໜ້ນເພື່ອໃຫ້ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍບັນດາໄຊຊະນະທີ່ສະຫງ່າງາມກ່ວາອີກ. ທ່ານນາງ Julia Perie ຮອງປະທານພັກ Solidario ໃນສຳພັນທະມິດກຳອຳນາດ Frente de Todos ຂອງ ອັກຊັງຕິນ ໄດ້ເນັ້ນໜັກເຖິງໜຶ່ງໃນບັນດາຈຸດພົ້ນເດັ່ນ ເຊິ່ງນຳມາເຂິ່ງຜົນສຳເລັດໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນການເຂົ້າຮ່ວມປະກອບຄຳເຫັນຢ່າງຕັ້ງໜ້າຂອງສະມາຊິກພັກ ແລະ ປະຊາຊົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃນຕະຫຼອດໄລຍະກະກຽມໃຫ້ແກ່ເຫດການການເມືອງສຳຄັນນີ້.

ໃນການແລກປ່ຽນກັບນັກຂ່າວ VOV ປະຈຳ ກຳປູເຈຍ, ທ່ານ Uch Laeng ນັກຊ່ຽວຊານອາຊີ ສັງກັດສະຖາບັນບັນດິດ ກຳປູເຈຍ ຖືວ່າ: ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ, ປະເທດ ຫວຽດນາມ ບັນລຸໄດ້ຫຼາຍຜົນງານທີ່ພົ້ນເດັ່ນ ແລະ ກາຍເປັນໜຶ່ງໃນບັນດາປະເທດປະທັບໃຈທີ່ສຸດໃນໂລກ. ພັກກອມມູນິດຫວຽດນາມ ໄດ້ວາງອອກບັນດານະໂຍບາຍຢ່າງຖືກຕ້ອງ, ທັນການ, ສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ, ການຄ້າ… ໃນການເຄື່ອນໄຫວທາງການທູດ, ທີ່ຕັ້ງບົດບາດຂອງ ຫວຽດນາມ ນັບມຶື້ນັບສຳຄັນໃນເວທີສາກົນ.

ຕອບກັບ