ຕ້ານ​ການ​ຂຸດ​ຄົ້ນ IUU, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງກອງ​ກ່ຳ​ປັ່ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ

Chia sẻ
(VOVWORLD) - ວົງເງິນສົ່ງອອກສິນໃນນ້ຳ, ສິນທະເລ ຫວຽດນາມ ໄປຍັງບັນດາປະເທດໃນສະຫະພາບ ເອີຣົບ (ອີຢູ) ໃນປັດຈຸບັນ ແມ່ນເກືອບ 500 ລ້ານ USD ຕໍ່ປີ.
ຕ້ານ​ການ​ຂຸດ​ຄົ້ນ IUU, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງກອງ​ກ່ຳ​ປັ່ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ - ảnh 1(ພາບປະກອບ: baochinhphu.vn)

ຕາມການຄາດຄະເນຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳສິນທະເລ ຫວຽດນາມ (VASEP), ວົງເງິນສົ່ງອອກສິນໃນນ້ຳ, ສິນທະເລ ຫວຽດນາມ ໄປຍັງບັນດາປະເທດໃນສະຫະພາບ ເອີຣົບ (ອີຢູ) ໃນປັດຈຸບັນ ແມ່ນເກືອບ 500 ລ້ານ USD ຕໍ່ປີ. ຖ້າຫາກວ່າລະເມີດຂໍ້ກຳນົດ, ຫວຽດນາມ ຈະຖືກຫ້າມສົ່ງອອກສິນໃນນ້ຳ, ສິນທະເລໄປຍັງຕະຫຼາດດັ່ງກ່າວ.

        ຕໍ່ໜ້າສະພາບການນີ້, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຟຸ່ງດຶກຕຽນ ຖືວ່າ:

        “ຕ້ອງສຸມໃສ່ສະກັດກັ້ນກ່ຳປັ່ນຫາປາລ່ວງລ້ຳເຂດທະເລຕ່າງປະເທດຢ່າງຂ້ຽວຂາດ. ສິ່ງດັ່ງກ່າວ ມີຄວາມສຳຄັນ ແລະ ເປັນປັດໄຈຕັດສິນ. ກໍພ້ອມດຽວກັນນັ້ນ, ຕ້ອງຮັບປະກັນປະລິມານຂຸດຄົ້ນຢູ່ເຂດຕ່າງໆ, ທ້ອງຖິ່ນຕ່າງໆ ລ້ວນແຕ່ຊອກຄົ້ນຕົ້ນກຳເນີດ, ນັບແຕ່ການຈົດບັນທຶກປະຈຳວັນ, ຕະຫຼອດຮອດເຂດຂຸດຄົ້ນ… ລ້ວນແຕ່ມີຂໍ້ມູນຢ່າງຈະແຈ້ງ. ເມື່ອສົ່ງອອກ, ຕ້ອງມີເອກະສານຢ່າງຄົບຖ້ວນ, ນັບແຕ່ການຂຸດຄົ້ນ ຕະຫຼອດຮອດການສົ່ງອອກໄປຍັງຕະຫຼາດຕ່າງໆ.”

ຕອບກັບ