ຕອນຄ່ຳວັນທີ 5/8 ຫວຽດນາມ ກວດພົບມີຜູ້ຕິດເຊື້ອໂຄວິດ -19 ລາຍໃຫມ່ອີກ 3.301 ຄົນ

Chia sẻ
(VOVWORLD) - ຕາມຂ່າວພາກທ່ຽງ ວັນທີ 5 ສິງຫາຂອງຈາກກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໄລ່ແຕ່ 6 ໂມງເຊົ້າຮອດ 18 ໂມງຂອງວັນທີ 5 ສິງຫາ, ຫວຽດນາມ ກວດພົບມີຜູ້ຕິດເຊື້ອໂຄວິດ-19 ອີກ 7.244 ຄົນ, ໃນນັ້ນ ນະຄອນ ໂຮ່ຈີມິນ ແມ່ນ 3.866 ຄົນ, ຮ່າໂນ້ຍ ແມ່ນ 69 ຄົນ.
ຕອນຄ່ຳວັນທີ 5/8 ຫວຽດນາມ ກວດພົບມີຜູ້ຕິດເຊື້ອໂຄວິດ -19 ລາຍໃຫມ່ອີກ 3.301 ຄົນ - ảnh 1ພາບປະກອບ: THX/TTXVN

ຈຳນວນຜູ້ຕິດເຊື້ອລາຍໃຫມ່ພາຍໃນປະເທດ ໄລ່ແຕ່ເມື່ອໂລກລະບາດໂຄວິດ 19 ແຜ່ລະບາດນັບແຕ່ວັນທີ 27 ກໍລະກົດມາຮອດປະຈຸບັນ ແມ່ນ 181.153 ຄົນ, ໃນນັ້ນ ມີ 55.266 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ.

ສ່ວນຢູ່ໃນໂລກ ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 5 ສິງຫາ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 201 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 4,2 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19, ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 36 ລ້ານຄົນ ແລະ ຜູ້ເສຍຊີວິດ ແມ່ນ 631 ຄົນ, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ຕອບກັບ