ຕັ້ງ​ຄວາມ​ຫວັງຫຼາຍ​ຢ່າງ​ຈາກ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ ໃນພ​າກ​​ພ​ື້ນ (RCEP)

Chia sẻ
(VOVWORLD) -ຕາມຖະແຫຼງການຮ່ວມທີ່ໄດ້ຍົກອອກມາຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈັດຂຶ້ນຢູ່ປະເທດໄທ, 15 ປະເທດເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ເວັ້ນເສຍແຕ່ ອິນເດຍ, ໄດ້ປະຕິບັດສຳເລັດໄລຍະເຈລະຈາ. 
ຕັ້ງ​ຄວາມ​ຫວັງຫຼາຍ​ຢ່າງ​ຈາກ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ ໃນພ​າກ​​ພ​ື້ນ (RCEP) - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກເຂົ້າຮ່ວມກອງປະຊຸມຂັ້ນສູງ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຄັ້ງທີ 3 (ພາບ: TTXVN)

ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ເລື່ອງບັນດາປະເທດສຳເລັດການເຈລະຈາ RCEP ໄດ້ສ້າງຂີດໝາຍທີ່ສຳຄັນໃນວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ຂອງ ຫວຽດນາມ ເວົ້າສະເພາະ ກໍ່ຄື ຂອງ ບັນດາປະເທດເຂົ້າຮ່ວມ RCEP ເວົ້າລວມ. ເລື່ອງສຳເລັດການເຈລະຈາສັນຍາ RCEP ຈະເປີດ ຫຼາຍໂອກາດຕື່ມອີກໃຫ້ແກ່ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກ, ເຂົ້າຮ່ວມບັນດາລະບົບມູນຄ່າໃໝ່ໃນພາກພື້ນ ແລະ ເພີ່ມທະວີການດຶງດູດເງິນລົງທຶນຈາກຕ່າງປະເທດ.

ຕອບກັບ