ດຶງ​ດູດ​ທຶນ FDI ເຂົ້າ ຫວຽດ​ນາມ

Chia sẻ
(VOVWORLD) - ຕາມກົມການລົງທຶນຂອງຕ່າງປະເທດແລ້ວ, ໃນໄລຍະກາງ (2 – 3 ປີຈະມາເຖິງ), ບັນດາກຸ່ມບໍລິສັດເຕັກໂນໂລຢີ ຍັງໃຫ້ບຸລິມະສິດເລືອກເອົາ ຫວຽດນາມ ແມ່ນສະຖານທີ່ລົງທຶນ ຫຼື ເປີດກວ້າງການລົງທຶນພິເສດແມ່ນໃນຂົງເຂດຜະລິດປະດິດສ້າງ.
ດຶງ​ດູດ​ທຶນ FDI ເຂົ້າ ຫວຽດ​ນາມ - ảnh 1ປະທານຄະນະກຳມະການປະຊາຊົນແຂວງ ບິ່ງເຟືອງ ຫວໍວັນມິງ ມອບໃບຢັ້ງຢືນການລົງທຶນໃຫ້ແກ່ຜູ້ຕາງໜ້າກຸ່ມບໍລິສັດ LEGO ແລະ ເຈົ້າຂອງເຂດອຸດສາຫະກຳ VSIP3 (ພາບ: TTXVN)

ຕອນບ່າຍວັນທີ 21 ກັນຍາ, ຢູ່ແຂວງບິ່ງເຢືອງ, ກົມການລົງທຶນຂອງຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຈັດກອງປະຊຸມແລກປ່ຽນວຽກງານກ່ຽວກັບວຽກງານດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ໃນ 8 ເດືອນຕົ້ນປີ 2022, ພ້ອມທັງ ປຶກສາຫາລືວິທີດຶງດູດເງິນລົງທຶນຈາກຕ່າງປະເທດ ທີ່ພວມຫັນປ່ຽນເຂົ້າຕະຫຼາດ ຫວຽດນາມ ເຊິ່ງໄດ້ຄາດຄະເນວ່າ ຈະເພີ່ມຂຶ້ນຢ່າງແຮງໃນໄລຍະຈະມາເຖິງ. ທ່ານ ໂດເຍິດຮ່ວາງ, ຫົວໜ້າກົມການລົງທຶນຂອງຕ່າງປະເທດ ໃຫ້ຮູ້ວ່າ ໄລ່ຮອດທ້າຍເດືອນສິງຫາ 2022, ຍອດເງິນລົງທຶນຈົດທະບຽນຂອງຕ່າງປະເທດເຂົ້າ ຫວຽດນາມ ບັນລຸ 16,7 ຕື້ USD, ທຶນປະຕິບັດແມ່ນ 12,8 ຕື້ USD, ເພີ່ມຂຶ້ນ 10,5%. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ຄຸນນະພາບການລົງທຶນບັນດາໂຄງການໄດ້ຮັບການຍົກສູງຂຶ້ນ, ບັນລຸສະເລ່ຍ 14,7 ລ້ານ USD/ໂຄງການ, ສູງກ່ວາ 10 ລ້ານ USD/ໂຄງການເມື່ອທຽບໃສ່ປີ 2021. ບັນດາໂຄງການລົງທຶນນັບມື້ນັບມີຂອບຂະໜາດໃຫຍ່ ແລະ ຄຸນນະພາບດີກ່ວາ.

ຫວ່າງມໍ່ໆມານີ້, ຍ້ອນສະພາບການໂລກພວມມີການຜັນແປຫຼາຍຢ່າງ, ບັນດານັກລົງທຶນພວມຂຶ້ນແຜນການສ້າງໂຄງປະກອບກະແສເງິນລົງທຶນຄືນໃໝ່, ຫັນປ່ຽນແຫຼ່ງເງິນລົງທຶນໄປລົງທຶນຢູ່ຕະຫຼາດອື່ນໆ, ໃນນັ້ນ ມີ ຫວຽດນາມ. ນີ້ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ແລະ ເພື່ອຍາດແຍ່ງໄດ້ກາລະໂອກາດດັ່ງກ່າວ, ບັນດາແຂວງ, ນະຄອນ ຕ້ອງຮ່ວມສຳພັນລະຫວ່າງເຂດ ແນໃສ່ສ້າງລະບົບນິເວດເພື່ອດຶງດູດບັນດານັກລົງທຶນເຕັກໂນໂລຢີ.

ຕາມກົມການລົງທຶນຂອງຕ່າງປະເທດແລ້ວ, ໃນໄລຍະກາງ (2 – 3 ປີຈະມາເຖິງ), ບັນດາກຸ່ມບໍລິສັດເຕັກໂນໂລຢີ ຍັງໃຫ້ບຸລິມະສິດເລືອກເອົາ ຫວຽດນາມ ແມ່ນສະຖານທີ່ລົງທຶນ ຫຼື ເປີດກວ້າງການລົງທຶນພິເສດແມ່ນໃນຂົງເຂດຜະລິດປະດິດສ້າງ.

ຕອບກັບ