ຍູ້ແຮງບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກັນສ້າງຊີວິດທາງດ້ານວັດທະນະທຳ“

Chia sẻ

(vovworld) –ຍູ້​ແຮງ​ບັ້ນ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີກັນ​ສ້າງ​ຊີວິດ​ທາງ​ດ້ານ​ວັດທະນະທຳ“

ຍູ້ແຮງບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກັນສ້າງຊີວິດທາງດ້ານວັດທະນະທຳ“ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ່ຽນ​ເຍິນ
(ພາບອິນເຕີແນດ)

(vovworld) – ຕອນ​ເຊົ້າ​ວັນ​ທີ 22/7, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄະນະ​ປະຈຳ​ ຄະນະ​ຊີ້​ນຳ​ສູນ​ກາງ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນສ້າງ​ຊີວິດ​ທາງ​ດ້ານ​ວັດທະນະທຳ“. ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ່ຽນ​ເຍິນ, ຫົວໜ້າ​ຄະນະ​ຊີ້​ນຳ, ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ຂໍ້​ສະ​ເໜີ​ຂອງຄະນະ​ປະຈຳ​ ຄະນະ​ຊີ້​ນຳ​ສູນ​ກາງກ່ຽວ​ກັບ​ເລື່ອງ​ຍົກ​ລາຍການ​ໂຄສະນາ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ພັດທະນາ​ວັດທະນະທຳ​ຮາກ​ຖານ​ດ້ວຍ​ຫົວ​ຂໍ້ “​ໂຄສະນາ ​ແລະ ວັດທະນະທຳ​ຫວຽດນາມ“ ​ໂດຍ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ເປັນ​ເຈົ້າພາບ, ສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານຮັບຜິດຊອບ​ນັ້ນ ​ໃຫ້​ເປັນ​ແຜນ​ຮ່າງ​ຂອງ​ລັດຖະບານ. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​ບັນດາ​ອົງການ​ກ່ຽວຂ້ອງ​ ຈົ່ງ​ຮີບ​ເຮັ່ງສ້າງ​ສຳ​ເລັດ​ແຜນ​ຮ່າງ​ ​ເພື່ອຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ໃນ​ເດືອນ 9/2013.