ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າ​ວ​ສານ ​ເຂົ້າ​ໃນ​ກາ​ນ​ຄຸ້ມ​ຄອງການພັກ ອາໄສ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 21 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືທາງອອນລາຍກ່ຽວກັບບາງເນື້ອໃນທີ່ຍັງມີຄຳຄິດເຫັນແຕກຕ່າງກັນ ຂອງຮ່າງກົດໝາຍວ່າດ້ວຍການພັກອາໄສ (ສະບັບປັບປຸງ).
ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າ​ວ​ສານ ​ເຂົ້າ​ໃນ​ກາ​ນ​ຄຸ້ມ​ຄອງການພັກ ອາໄສ - ảnh 1ວາລະປຶກສາຫາລືຂອງສະພາແຫ່ງຊາດ (ພາບ: TTXVN)

ຮ່າງກົດໝາຍໄດ້ວາງອອກບັນດາເນື້ອໃນຄຸ້ມຄອງການພັກອາໄສດ້ວຍພື້ນຖານເຕັກໂນໂລຢີຂໍ້ມູນຂ່າວສານພ້ອມກັບ ການປັບປຸງ, ເພີ່ມເຕີມທີ່ສຳຄັນຫຼາຍຢ່າງ ເພື່ອໃຫ້ເໝາະສົມກັບລັດຖະບານເອເລັກໂຕນິກ, ອຳນາດການປົກຄອງ ເອເລັກໂຕນິກ. ການປ່ຽນແປງໃໝ່ວິທີການຄຸ້ມຄອງຕາມທິດນີ້ ຈະຊ່ວຍໃຫ້ພົນລະເມືອງບໍ່ຕ້ອງ ເອົາບັນດາເອກະສານທີ່ມີຂໍ້ມູນສ່ວນຕົວ ໂດຍໄດ້ສະແດງໃຫ້ເຫັນໃນຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງໄປນຳ, ທ່ານ ຫງວຽນແມ້ງເກືອງ ສະມາຊິກສະພາແຫ່ງຊາດ ແຂວງກ໋ວາງບິ່ງ ມີຄຳເຫັນວ່າ:

“ຂ້າພະເຈົ້າເຫັນດີຕໍ່ເລື່ອງ ຮ່າງກົດໝາຍ ຈະໄດ້ປັບປຸງຕາມທິດ ປ່ຽນແປງວິທີການຄຸ້ມຄອງການພັກອາໄສ ຈາກການຄຸ້ມຄອງ ດ້ວຍປຶ້ມສຳມະໂນຄົວ, ໃບອະນຸຍາດພັກເຊົາ ໄປສູ່ການຄຸ້ມຄອງດ້ວຍຂໍ້ມູນເອເລັກໂຕນິກ, ດ້ວຍການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວານ. ນີ້ແມ່ນວິທີການຄຸ້ມຄອງທີ່ທັນສະໄໝ, ແມ່ນທ່າອ່ຽງຂອງການປະຕິວັດເຕັກໂນໂລຢີຂໍ້ມູນຂ່າວສານ”

ຕອບກັບ