ຍາມໃດຫວຽດນາມກໍຖືເປັນສຳຄັນແລະໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບສາກົນໃນການຄຸ້ມຄອງຊັບພະຍາກອນນ້ຳ

Chia sẻ
ວັນ​ທີ 4/6, ຢູ່ ​ເບ໋ນ​ເຈ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເບ໋ນ​ເຈ ​ໄດ້​ສົມທົບ​ກັນ​ຈັດ​ຈັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ASEM ກ່ຽວ​ກັບ​ການ​ສົມທົບ​ກັນ​​ເຄື່ອນ​ໄຫວໃນ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ ​
ຍາມໃດຫວຽດນາມກໍຖືເປັນສຳຄັນແລະໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບສາກົນໃນການຄຸ້ມຄອງຊັບພະຍາກອນນ້ຳ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມີ​ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: dwrm.gov.vn)

(vovworld) – ​ ວັນ​ທີ 4/6, ຢູ່ ​ເບ໋ນ​ເຈ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເບ໋ນ​ເຈ ​ໄດ້​ສົມທົບ​ກັນ​ຈັດ​ຈັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ASEM ກ່ຽວ​ກັບ​ການ​ສົມທົບ​ກັນ​​ເຄື່ອນ​ໄຫວໃນ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ ​ເພື່ອ​ສ້າງ​ໂຄງການ​ດຳ​ເນີນ​ງານ​ພາຍຫຼັງ​ປີ 2015. ກອງ​ປະຊຸມ​ສຳ​ມະ​ນາ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນ ​ແລະ ຕ່າງປະ​ເທດ 180 ຄົນ ມາ​ຈາກ 53 ປະ​ເທດ​ສະມາຊິກ ASEM ​ແລະ ບັນດາ​ອົງການ​ໃນ​ພາກ​ພື້ນ, ສາກົນ​ທີ່​ກ່ຽວຂ້ອງ. ນີ້​​ແມ່ນ​ຄັ້ງ​ທີ 2 ທີ່ຫວຽດນາມ ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ສຳ​ມະ​ນາ​ນີ້.

        ກ່າວ​ຄຳ​​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບິ່ງ​ມີ​ງ ​ເນັ້ນ​ໜັກ​ວ່າ: ​ໃນ​ປີ​ນີ້​, ປະຊາ​ຄົມ​ສາກົນ​ຈະ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ສະຫັດ​ສະ​ວັດ ​ແລະ ສ້າງ​ສຳ​ເລັດ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ພາຍຫຼັງ​ປີ 2015. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມີ​ງ ຢືນຢັວ່າ: ຍາ​ມ​ໃດ ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບສາກົນ​ຢ່າງ​ແຮ​ງ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​​ຕິດ​ພັນກັບ​ການ​ພັດທະນາ​ແບບຍືນ​ຍົງ. ການ​ຮ່ວມ​ມື​ສາກົນ​ດັ່ງກ່າວ ຈະ​ປະກອບສ່ວນ​ຊ່ວຍ ຫວຽ​ດນາມ ປະຕິບັດ​ສຳ​ເລັດ “ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ​ຂອງ ຫວຽດນາມ ​ໄລຍະ 2011-2020” ​ແລະ “ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວ​ກັບ​ຊັບພະຍາກອນ​ນ້ຳ​ຮອດ​ປີ 2020”. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມີ​ງ ສະ​ເໜີ​ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື​ບາງ​ບັນຫາ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ບັນດາ​​ແບບຢ່າງ​ທີ່​ດີ​ເດັ່ນ ​ແລະ ຍົກ​ອອກ​ຂໍ້ສະ​ເໜີ​​ນະ​ໂຍບາຍທີ່​ເໝາະ​ສົມ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ຢ່າງ​ໝັ້ນຄົງ, ນັບ​ທັງ​ໃນ​ການ​ນຳ​ໃຊ້, ​ແບ່ງປັນ​ບັນດາ​ແຫຼ່ງນ້ຳ​ລະຫວ່າງ​ຊາດ.