ຍາມໃດກອງທັບປະຊາຊົນ ຫວຽດນາມ ກໍເສີມຂະຫຍາຍມູນເຊື້ອປະຕິວັດ

Chia sẻ
“​​ເປັນດວງ​ດາວ​​ເຍືອງ​ທາງຕະຫຼອ​ດໄປ” ​ແມ່ນ​ຫົວ​ຂໍ້​​ບົດ​ຂຽນຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ທີ່​ລົງ​ພິມ​ໃນ​ໜັງສືພິມ​ ກວນ​ໂດ້ຍ​ຢືນ​ເຢີ​ນ (ສຽງ​ຂອງກອງທັບ​ປະຊາຊົນ ຫວຽດນາມ) ສະບັບ​ອອກ​ວັນ​ທີ 14/12
ຍາມໃດກອງທັບປະຊາຊົນ ຫວຽດນາມ ກໍເສີມຂະຫຍາຍມູນເຊື້ອປະຕິວັດ - ảnh 1
(​​ບົດ​ຂຽນຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ທີ່​ລົງ​ພິມ​ໃນ​ໜັງສືພິມ​ ກວນ​ໂດ້ຍ​ຢືນ​ເຢີ​ນ)


(vovworld) -     “​​ເປັນດວງ​ດາວ​​ເຍືອງ​ທາງຕະຫຼອ​ດໄປ” ​ແມ່ນ​ຫົວ​ຂໍ້​​ບົດ​ຂຽນຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ທີ່​ລົງ​ພິມ​ໃນ​ໜັງສືພິມ​ ກວນ​ໂດ້ຍ​ຢືນ​ເຢີ​ນ (ສຽງ​ຂອງກອງທັບ​ປະຊາຊົນຫວຽດນາມ) ສະບັບ​ອອກ​ວັນ​ທີ 14/12, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ ຄືວັນ​ທີ 22/12. ບົດ​ຂຽນ​ໄດ້​ເຕືອງ​ເຖິງ​ສະພາບ​ການ​​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ ທີ່​ກ່ຽວຂ້ອງ​ເຖິງ 2 ໜ້າ​ທີ່​ຍຸດ​ທະ​ສາດ​ນັ້ນແມ່ນ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ. ​ໃນ​ບົດ​ຂຽນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້ຢືນຢັນ​ວ່າ ພັກ, ລັດ ​ເດັດ​ດຽວບໍ່​ຂາຍ​ປະ​ເທດ​ຊາດ​ໃຫ້ບັນດາກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ຄື​ດັ່ງ​ຄຳ​ຕູ່​ຫາ​ຂອງ​ພວກ​ບໍ່​ດີ. ທ່າ​ທີ່​ອັນຈຳ​ເປັນ​ໃນ​ປະຈຸ​ບັນນັ້ນ​ແມ່ນປະຊາຊົນ, ທຸກໆ​ຊັ້ນວັນນະ​ໃນ​​ສັງຄົມ, ​ເຄື່ອນ​ໄຫວ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ​ເພື່ອ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ກາ​ນ​ເມືອງ, ​ເພື່ອ​ຄວາມ​ສະຫງົບ​ສຸກ​ຂອງ​ສັງຄົມ, ຕ້ອງ​ຍູ້​ແຮງ​ຂະ​ບວນວິວັດ​​ແຫ່ງ​ຄວາມມະຫາສາມັກຄີ, ປ່ອງ​ດອງ​ຊາດກວ່າ​ອີກ. ນອກຈາກ​ນັ້ນ​ແລ້ວ, ການ​ເສື່ອ​ມທາດ​ເສຍ​ຄຸນຕ້ອງ​ໄດ້​ຮັບ​ການ​ສະກັດ​ກັ້ນ​. ​ການ​ສໍ້​ລາດ​ບັງ​ຫຼວງ, ສິ່ງ​ທີ່​ຫຍໍ້​ທໍ້ຕ້ອງ​ຖືກລົບ​ລ້າງ, ສ້າງ​ການ​ຫັນປ່ຽນ​ໃໝ່​ໃນ​ວິວັດ​ການ​ພັດທະນາ​ປະ​ເທດ​ຊາດ. ຖ້າ​ເຮັດ​ໄດ້​ຄື​​ແນວ​ນັ້ນ, ກຳລັງ​ແຮງ​ຂອງ​ປະ​ເທດ​ຊາດ​ຈະ​ເພີ່ມ​ຂຶ້ນ​ທົບ​ຫຼາຍ​ເທົ່າ, ​ໃນ​ນັ້ນ​ມີ​ກຳລັງ​​ແຮງ​ດ້ານ​ການປ້ອງກັນຊາດປ້ອງ​ກັນ​ຄວາມ​ສະຫງົບ.

        ​ເພື່ອ​ປະຕິບັດ​ຈຸດໝາຍ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃນ​ຈຸດ​ເວລາ​ນີ້​ຢ່າງ​ມີ​ປະສິດທິ​ຜົ​ນ, ຕ້ອງ​ມີ​ຄວາມ​ສຸດ​ຄິດ​ສຸດ​ໃຈ, ຄວາມ​​ເຊື່ອ​ໝັ້ນ ​ແລະ ການຮ່ວມ​ແຮງ​ຮ່ວມ​ໃຈ ​ການປະກອບ​ເຫື່ອ​ແຮງ​ຂອງ​ທົ່ວທັງ​ຊາດ. ​ໃນ​ນັ້ນ​ມີກອງທັບ ​ແລະ ບັນດາ​ກຳລັງ​ປະ​ກອບ​ອາ​ວຸດ, ບໍ່​ສະ​ເພາະແຕ່​​ເຮັດ​ໜ້າ​ທີ່​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບເທົ່າ​ນັ້ນ, ຫາກ​​ເຂົ້າ​ຮ່ວມ​ບັນຫາ​ທີ່​ມີ​ຄວາມ​ສຳຄັນ​ໃນ​ການ​ປັບປຸງ​ພັດທະນາ​ປະ​ເທດ​ຊາດ ​ແລະ ຍົກ​ສູງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ

        ​ໃນ​ສະພາບ​ການທ່ີ​ໂລກ​ ​ແລະ ພາກ​ພື້ນ ພວມ​ມີ​ການ​ຜັນ​ແປ​ໄປຢ່າງ​ສັບສົນ, ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ທາດ​ແທ້ ​ແລະ ກຳລັງ​ໜູນ​ພັດທະນາ​ຂອງ​ຫວຽດນາມ ​ບໍ່​ອີ່ງ​ໃສ່ບັນດາ​ປັດ​ໃຈ​​ໃຊ້​ຄວາມຮຸນ​ແຮງ, ຫາ​ກຮຽກຮ້ອງ​ໃຫ້​ ພັກ ​ແລະ ລັດ ຕ້ອງ​ມີ​ການ​ນຳພາ​ທີ່​ສະຫຼາດ​ສ່ອງ​ໄສ, ​ອ່ອນ​ໄຫວ. ​ແຕ່​ວ່າ, ​ເມື່ອ​ມີ​ພວກສັດຕູ​ຮຸກ​ຮານປະ​ເທດ​ຊາດ, ຫວຽດນາມ ຈະ​ລະ​ດົມ​ທຸກ​ແຫຼ່ງກຳລັງ​ເພື່ອ​ປ້ອງ​ກັນ​ຕົວ ​ແລະ ​ຍາດ​ໄດ້ໄຊຊະນະ.