ວັນທີ 17 ມັງກອນ, ທ່ານ Taro Aso ລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ ໄດ້ຮຽກຮ້ອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໃນໂລກ (G20) ໃຫ້ຄໍາໝັ້ນສັນຍາຕ້ານລັດທິອາລັກຂາ ທີ່ພວມເພີ່ມຂຶ້ນຄືນໃໝ່. ກ່າວຄໍາເຫັນໄຂກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານ G20 ເຊິ່ງຖືກດໍາເນີນຢູ່ນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ, ທ່ານ Taro Aso ກ່າວເຕືອນວ່າ ລັດທິອາລັກຂາ ແລະ ບັນດາຄວາມຊີນເຄີຍທາງການຄ້າບໍ່ຍຸຕິທໍາ ຈະທໍາລາຍສະຖຽນລະພາບຂອງເສດຖະກິດ. ທ່ານເນັ້ນໜັກວ່າ: “ຄວາມບໍ່ພໍໃຈ ແລະ ບໍ່ຍຸຕິທໍາໃນເສດຖະກິດ ພວມເພີ່ມຂຶ້ນ. ພວກເຮົາພວມຢືນຢູ່ຕໍ່ໜ້າຄວາມສ່ຽງຫຼາຍທີ່ສຸດ ນັ້ນແມ່ນ ຈະກັບຄືນສູ່ໂລກປິດ ແລະ ແຕກແຍກກັນ”.
ຄໍາເຫັນຂອງທ່ານລັດຖະມົນຕີ Taro Aso ໄດ້ຍົກອອກມາໃນສະພາບທີ່ ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ນັບມື້ນັບເພີ່ມຂຶ້ນ ແລະ ເລີ່ມສົ່ງຜົນກະທົບໃສ່ກະແສເງິນລົງທຶນທົ່ວໂລກ ແລະ ການເຕີບໂຕເສດຖະກິດໃນໂລກ.