ຍີ່ປຸ່ນ, ອາເມລິກາ ແລະ 5 ປະເທດອາຊີຕາເວັນອອກສ່ຽງໃຕ້ໃຫ້ຄຳໝັ້ນສັນຍາ ຊຸກຍູ້ການພັດທະນາພາກພື້ນແມ່ນ້ຳຂອງ

Chia sẻ
(vovworld) – ວັນ​ທີ 4/2 ລັດຖະບານ​ຍີ່ປຸ່ນ​ໄດ້​ແຈ້ງ​ຂ່າວວ່າ: ປະ​ເທດ​ນີ້ ​ແລະ ອາ​ເມ​ລິ​ກາ​ ພ້ອມ​ກັບ​ບັນດາ​ນັກ​ອຸປະຖຳ​ອື່ນໆໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ ກັບ 5 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ລຽບຕາມ​ແມ່​ນ້ຳຂອງ
ຍີ່ປຸ່ນ, ອາເມລິກາ ແລະ 5 ປະເທດອາຊີຕາເວັນອອກສ່ຽງໃຕ້ໃຫ້ຄຳໝັ້ນສັນຍາ ຊຸກຍູ້ການພັດທະນາພາກພື້ນແມ່ນ້ຳຂອງ - ảnh 1
(ພາບປະກອບ: AP)

(vovworld) – ວັນ​ທີ 4/2 ລັດຖະບານ​ຍີ່ປຸ່ນ​ໄດ້​ແຈ້ງ​ຂ່າວວ່າ: ປະ​ເທດ​ນີ້ ​ແລະ ອາ​ເມ​ລິ​ກາ​ ພ້ອມ​ກັບ​ບັນດາ​ນັກ​ອຸປະຖຳ​ອື່ນໆໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກັບ 5 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ລຽບຕາມ​ແມ່​ນ້ຳຂອງ ​ເຊິ່ງລວມມີ: ກຳປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ ຫວຽດນາມ, ຊຸກຍູ້​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຢູ່​ພາກ​ພື້ນ​ນີ້. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ປະຊາ​ຄົມ​​ເສດຖະກິດອາ​ຊຽນ​ ​ໃຫ້ເຊື່ອ​ມໂຍງກ່ວາ​ໃນ​ປີ 2015. ຂໍ້​ຕົກລົງ​ດັ່ງກ່າວ​ບັນລຸ​ໄດ້​ທີ່​ກອງ​ປະຊຸມ​ດຳ​ເນີນ​​ໄປຢູ່​ລາວ, ​ໃນ​ລະຫວ່າງ​ວັນ​ທີ 1-2/2 ຂອງ “ກຸ່ມຍ່ານ​ລຸ່ມ​​​ແມ່​ນ້ຳຂອງ ​ແລະ ບັນດາ​ເພື່ອນ​ມິດ” (FLM). ຜູ້ຕາງ​ໜ້າບັນດາ​ປະ​ເທດ​ໄດ້​ເຫັນ​ດີ​ສະໜັບ​ສະໜູນການ​ພັດທະນາ​ຢ່າງ​ໝັ້ນຄົງຢູ່​ພາກ​ພື້ນ​ແມ່​ນ້ຳຂອງໃນ​ບັນດາ​ຂົງ​ເຂດ​​ຄຸ້ມ​ຄອງ​ດ້ານ​ກະສິກຳ ​ແລະ ​ແຫຼ່ງນ້ຳ​, ການ ນຳ​ໃຊ້ພະລັງງານ ​ແລະ ບັນດາ​ມາດຖານ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຢ່າງ​ມີ​ປະສິດທິ​ຜົນ.