ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ ລະ​ຫວ່າງ ຫວຽດ​ນາມ - ​ອາ​ຟຼິກກາ ​ໃນ​ສະ​ພາບ​ການ​ໃໝ່

Chia sẻ
(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດອາຟຼິກກາ ແມ່ນໃຫຍ່ຫຼວງທີ່ສຸດ ແລະ ເຫັນດີເປັນເອກະພາບຫຼາຍທິດທາງ ແລະ ວິທີການສຳຜັດໃໝ່ ເພື່ອແນໃສ່ຍົກສູງວົງເງິນການຄ້າກະສິກຳລະຫວ່າງສອງຝ່າຍກ່ວາອີກ
ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ ລະ​ຫວ່າງ ຫວຽດ​ນາມ - ​ອາ​ຟຼິກກາ ​ໃນ​ສະ​ພາບ​ການ​ໃໝ່ - ảnh 1ກອງປະຊຸມສຳມະນາທາງໄກ “ການຮ່ວມມືດ້ານກະສິກຳລະຫວ່າງ ຫວຽດນາມ - ອາຟຼິກກາ: ເພີ່ມທະວີການເຊື່ອມຕໍ່, ພ້ອມກັນພັດທະນາແບບຍືນຍົງ” (ພາບ: baoquocte.vn)

ວັນທີ 9 ກັນຍາ, ກະຊວງການຕ່າງປະເທດໄດ້ເປັນປະທານ, ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ອົງການຈັດຕັ້ງສາກົນ ພາສາຝລັ່ງ ຈັດກອງປະຊຸມສຳມະນາທາງໄກ “ການຮ່ວມມືດ້ານກະສິກຳລະຫວ່າງ ຫວຽດນາມ - ອາຟຼິກກາ: ເພີ່ມທະວີການເຊື່ອມຕໍ່, ພ້ອມກັນພັດທະນາແບບຍືນຍົງ” ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານກະສິກຳລະຫວ່າງ ຫວຽດນາມ ແລະ ບັນດາປະເທດອາຟຼິກກາໃຫ້ຫຼາຍກ່ວາອີກ. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ແທນ ກ່ວາ 500 ທ່ານ ທີ່ຕາງໜ້າບັນດາກະຊວງ, ຂະແໜງການ, ທະນາຄານ, ສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ ແລະ ອາຟຼິກກາ, ບັນດາອົງການຕາງໜ້າທາງການທູດຂອງ ຫວຽດນາມ ແລະ ບັນດາປະເທດ ອາຟຼິກກາ ປະຈຳ ຫວຽດນາມ, ບາງອົງການຈັດຕັ້ງສາກົນ ແລະ ອົງການພັດທະນາ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດອາຟຼິກກາ ແມ່ນໃຫຍ່ຫຼວງທີ່ສຸດ ແລະ ເຫັນດີເປັນເອກະພາບຫຼາຍທິດທາງ ແລະ ວິທີການສຳຜັດໃໝ່ ເພື່ອແນໃສ່ຍົກສູງວົງເງິນການຄ້າກະສິກຳລະຫວ່າງສອງຝ່າຍກ່ວາອີກ ຜ່ານການຍູ້ແຮງການເຄື່ອນໄຫວແລກປ່ຽນຂໍ້ມູນ, ແລກປ່ຽນຄະນະຜູ້ແທນ, ສົ່ງເສີມການຄ້າ ແລະ ຖືການຊຸກຍູ້ການຄ້າເອເລັກໂຕໂນິກເປັນສຳຄັນ... ເພີ່ມທະວີການເຊື່ອມຕໍ່ລະບົບແຈກຢາຍ, ຮ່ວມສຳພັນລະຫວ່າງບັນດາວິສາຫະຫິດ, ຍາດແຍ່ງບັນດາພື້ນຖານດີຈີຕອນ ໃນການຄົ້ນຄ້ວາພັດທະນາ ແລະ ເປີດກ້ວາງຕະຫຼາດສົ່ງອອກນຳເຂົ້າຜະລິດຕະພັນກະເສດ.

ຕອບກັບ