ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ປະຕິບັດ​ສັນຍາ CPTPP

Chia sẻ
(VOVWORLD) -ຄະນະຜູ້ແທນຫວຽດນາມໄດ້ຕັ້ງໜ້າປະກອບສ່ວນຄໍາເຫັນທີ່ເປັນປະໂຫຍດຫຼາຍຢ່າງ ແລະ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກບັນດາປະເທດ, ອັນໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງກອງປະຊຸມ.
ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ປະຕິບັດ​ສັນຍາ CPTPP - ảnh 1ກອງປະຊຸມອອນລາຍສະພາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຄັ້ງທີ 3 (ພາບ: congthuong.vn) 

        ກອງປະຊຸມອອນລາຍສະພາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຄັ້ງທີ 3 ໄດ້ຈັດຂ້ຶນໃນເວລາ 7 ໂມງ 00 ນາທີຂອງຕອນເຊົ້າວັນທີ 6 ສິງຫາ ຕາມເວລາຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງເສດຖະກິດ ເມັກຊີໂກ Graciela Marquez Colin ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີບັນດາປະເທດ ອົດສະຕາລີ, ບຣູໄນ, ຈີເລ, ການາດາ, ມາເລເຊຍ, ຍີ່ປຸ່ນ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ.

        ທີ່ກອງປະຊຸມດັ່ງກ່າວ, ຄະນະຜູ້ແທນຫວຽດນາມໄດ້ຕັ້ງໜ້າປະກອບສ່ວນຄໍາເຫັນທີ່ເປັນປະໂຫຍດຫຼາຍຢ່າງ ແລະ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກບັນດາປະເທດ, ອັນໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງກອງປະຊຸມ. ຫວຽດນາມ ຢັ້ງຢືນວ່າ ຈະຮ່ວມເດີນທາງພ້ອມກັບບັນດາປະເທດສະມາຊິກ CPTPP ສະໜັບສະໜູນການຫັນການຄ້າ ແລະ ລະບົບການຄ້າຫຼາຍຝ່າຍເປັນເສລີ, ພ້ອມທັງປະຕິບັດບັນດາມາດຕະການໃຫ້ສອດຄ່ອງກັບຂໍ້ກໍານົດຂອງຄໍາໝັ້ນສັນຍາສາກົນ ເພື່ອແນໃສ້ສ້າງເງື່ອນໄຂສະດວກໃຫ້ແກ່ການຈໍລະຈອນສິນຄ້າ ແລະ ການບໍລິການໃຫ້ລຸລ່ວງໄປດ້ວຍດີ, ພິເສດແມ່ນບັນດາສິນຄ້າ ແລະ ການບໍລິການທີ່ຈໍາເປັນ.

        ນອກຈາກນັ້ນ, ຫວຽດນາມ ກໍເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາປະເທດສະມາຊິກ ເພື່ອແນໃສ່ປັບປຸງລະບົບສະໜອງໃນພາກພື້ນ ແລະ ເພີ່ມກໍາລັງຄວາມທົດທານອການຊອັກຈາກພາຍນອກ.

ຕອບກັບ