ຍົກສູງຄຸນຄ່າຂອງ ກາເຟ ຫວຽດນາມ

Chia sẻ
(VOVWORLD) - ໃນປີ 2018, ຫວຽດນາມ ໄດ້ສົ່ງອອກກາແຟ 1,9 ລ້ານໂຕນດ້ວຍວົງເງິນການສົ່ງອອກບັນລຸໄດ້ 3,5 ຕື້ USD, ກວມເອົາ 14% ຂອງຕະຫຼາດ, ຢືນອັນດັບທີ 2 ຂອງໂລກ.
ຍົກສູງຄຸນຄ່າຂອງ ກາເຟ ຫວຽດນາມ - ảnh 1 ນັກຊ່ຽວຊານຕ່າງປະເທດແບ່ງປັນບົດຮຽນກ່ຽວກັບການພັດທະນາກາເຟເອກະລັກສະເພາະ.

ໃນຂອບເຂດງານບຸນກາເຟ ບວນມາທວດ ຄັ້ງທີ 7 ປີ 2019, ຕອນບ່າຍວັນທີ 10 ມີນາ, ຄະນະກຳມະການປະຊາຊົນ ແຂວງດັກລັກ ໄດ້ປະສານສົມທົບກັບກະຊວງກະສິກຳແລະພັດທະນາຊົນນະບົດ, ສະມາຄົມກາແຟກາກາວ ຫວຽດນາມ ເພື່ອຈັດຕັ້ງການສຳມະນາພັດທະນາກາເຟທີ່ເປັນເອກະລັກສະເພາະຂອງ ຫວຽດນາມ.

        ກາເຟ ຫວຽດນາມ ໄດ້ສົ່ງອອກໄປຍັງ 80 ປະເທດ ແລະ ເຂດແຄ້ວນ. ໃນປີ 2018, ຫວຽດນາມ ໄດ້ສົ່ງອອກ ກາແຟ 1,9 ລ້ານໂຕນ ດ້ວຍວົງເງິນການສົ່ງອອກບັນລຸໄດ້ 3,5 ຕື້ USD, ກວມເອົາ 14% ຂອງຕະຫຼາດ, ຢືນອັນດັບທີ 2 ຂອງໂລກ.

        ກໍ່ໃນຂອບເຂດງານບຸນກາເຟ ບວນມາທວດ ຄັ້ງທີ 7, ວັນທີ 10 ມີນາ, ຢູ່ຫໍພິພິດທະພັນ ແຂວງ ດັກລັກ, ຄະນະຈັດຕັ້ງງານບຸນ ກາເຟ ບວນມາທວດ ໄດ້ຈັດຕັ້ງງານວາງສະແດງຮູບພາບ: “44 ປີແຫ່ງວັນໄຊຊະນະ ບວນມາທວດ - ບັນດາໄລຍະທາງແຫ່ງປະຫວັດສາດ“. ງານວາງສະແດງໄດ້ແນະນຳຮູບພາບ 200 ແຜ່ນດ້ວຍຫົວຂໍ້ວ່າ: ປະຫວັດສາດ - ເສດຖະກິດ - ສັງຄົມ ແຂວງດັກລັກ.

        ກໍ່ໃນວັນທີ 10 ມີນາ, ແຂວງດັກລັກ ໄດ້ຈັດຕັ້ງພິທີຮັບເອກະສານ 40 ສະບັບ, ແລະ ວັດຖຸພັນຕ່າງໆໂດຍໝູ່ຄະນະ, ສ່ວນບຸກຄົນມອບໃຫ້.

ຕອບກັບ