ຊາວໜຸ່ມຫວຽດນາມ ຢູ່ ລາວ ຮັກສາມູນເຊື້ອອັນດີງາມໃນເຂດດິນແດນຂອງປະເທດບ້ານໃກ້ເຮືອນຄຽງ

Chia sẻ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງວັນຊາດ ສາທາລະນະລະລັດ ສັງຄົມນິຍົມຫວຽດນາມ ( ວັນທີ 2 ກັນຍາ 1945 - ວັນທີ 2 ກັນຍາ 2018), ວັນທີ 01 ກັນຍາ ຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປ.ລາວ, ງານແຂ່່ງຂັນກິລາບານເຕະ ຊາວໜຸ່ມຫວຽດນາມ ຢູ່ ລາວ ຄັ້ງທີ 5 ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ.


ງານແຂ່່ງຂັນກິລາບານເຕະ ຊາວໜຸ່ມຫວຽດນາມ ປະຈໍາ ລາວ ຄັ້ງທີ 5 ປີ 2018 ແນໃສ່ ສ້າງກອງທຶນການກຸສົນ ເພື່ອຊ່ວຍເຫຼືອຜູ້້ເຖົ້າຜູ້ແກ່ທີ່ຢູ່ປ່ຽວ, ບັນດາຄອບຄົວທຸກຍາກ ແລະ ສູນອຸປະກະລະເດັກນ້ອຍພິການຂອງລາວ. ງານແຂ່ງຂັນກິລາບານເຕະຄັ້ງນີ້ ບໍ່ພຽງແຕ່ ແມ່ນໂອກາດ ເພື່ອເພີ່ມທະວີຄວາມສາມັກຄີ, ຄວາມຜູກພັນໃນປະຊາຄົມຊາວຫວຽດນາມ ອາໄສຢູ່່ນະຄອນຫຼວງ ວຽງຈັນ ເວົ້າສະເພາະ ແລະ ອາໄສຢູ່ປະເທດລາວເວົ້າລວມເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມເຂັ້ມແຂງຂອງຂະບວນການກິລາກາຍະກໍາ ແລະ ນໍ້າໃຈ “ອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ” ຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ, ຊ່ວຍໃຫ້ບັນດາຊາວໜຸ່ມຫວຽດນາມພວມຮໍ່າຮຽນ, ເຮັດວຽກ ແລະ ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ ມີໂອກາດພົບປະແລກປ່ຽນ ແລະ ແລກປ່ຽນບົດຮຽນນໍາກັນອີກດ້ວຍ.

        ງານແຂ່່ງຂັນກິລາບານເຕະ ຊາວໜຸ່ມຫວຽດນາມ ຢູ່ ລາວ ຄັ້ງທີ 5 ປີ 2018 ມີທັງໝົດ 10 ທິມເຂົ້າຮ່ວມ,  ໄດ້ດໍາເນີນຮອດວັນທີ 22 ກັນຍາ ຈຶ່ງຈະອັດລົງ.

ຕອບກັບ