ຊອກແລະຂຸດຄົ້ນອັດຖິທະຫານອາສາສະໝັກຫວຽດນາມທີ່ໄດ້ເສຍສະຫລະຊີວິດໃນປາງສົງຄາມຢູ່ລາວຕື່ມອີກ17ອັດຖິ

Chia sẻ
(VOVWORLD) -ກອງທ້ອນໂຮມອັດຖິທະຫານເສຍສະຫລະຊີວິດ- ສັງກັດທະຫານເຂດ 2 ໃຫ້ຮູ້ວ່າ: ໂດຍປະຕິບັດຫນ້າທີ່ໄລຍະ 2 ລະດູແລ້ງ 2017 – 2018, ໃນ 3 ເດືອນຕົ້ນປີ 2018, ກົມກອງໄດ້ປະຕິບັດການຊອກ ແລະ ຂຸດຄົ້ນອັດຖິທະຫານອາສະໝັກຫວຽດນາມ ທີ່ໄດ້ເສຍສະຫລະຊີວິດ ຢູ່ ແຂວງ ຫລວງພະບາງ ແລະ ຊອກໄດ້ຕື່ມອີກ 17 ອັດຖິ ແຕ່ບໍ່ຮູ້ຊື່. 
ຊອກແລະຂຸດຄົ້ນອັດຖິທະຫານອາສາສະໝັກຫວຽດນາມທີ່ໄດ້ເສຍສະຫລະຊີວິດໃນປາງສົງຄາມຢູ່ລາວຕື່ມອີກ17ອັດຖິ - ảnh 1 ພິທີມອບສົ່ງອັດຖິທະຫານອາສາສະໝັກຫວຽດນາມທີ່ເສຍສະຫລະຊີວິດຢູ່ລາວ ຈັດຂຶ້ນຢູ່ແຂວງ ອຸດົມໄຊ ເມື່ອເດືອນ ມັງກອນປີ 2018

17 ອັດຖິດັ່ງກ່າວແມ່ນຊອກເຫັນຢູ່ຖ້ຳ ຂຶ້ນກັບເມືອງ ປາກອູ ແຂວງ ຫລວງພະບາງ ພາກເຫນືອຂອງລາວ. ພັນໂທ ຫງວຽນເທຢາງ, ພະນັກງານການເມືອງທະຫານເຂດ 2 ໃຫ້ຮູ້ວ່າ:  ຜ່ານຄຶ້ນວິທະຍຸກະຈາຍສຽງຫວຽດນາມ ຫວັງວ່າ ເມືື່ອໄດ້ຮັບຂ່າວດັ່ງກ່າວ ບັນດາອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານຫວຽດນາມ ມີໄລຍະເວລາເຂົ້າຮ່ວມການສູ້ຮົບຢູ່ ລາວ ເວົ້າລວມ ແລະ ແຂວງ ຫລວງພະບາງ ເວົ້າສະເພາະ ຈະສະຫນອງຂໍ້ມູນຂ່າວກ່ຽວກັບກົມກອງເພື່ອຊອກຊື່ໃຫ້ບັນດານັກຮົບທີ່ເສຍສະຫລະຊີວິດດັ່ງກ່າວ.

ໃນຊຸມມື້ຕົ້ນປີ 2018, ກົມກອງດັ່ງກ່າວກໍ່ໄດ້ສົມທົບກັບບັນດາອົງການກ່ຽວຂ້ອງຂອງແຂວງ ອຸດົມໄຊ ຈັດຕັ້ງພິທີມອບສົ່ງ 9 ອັດຖິ ຊຶ່ງແມ່ນຜູ້ຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫລະຊີວິດໃນປາງສົງຄາມຢູ່ບັນດາແຂວງພາກເຫນືອຂອງລາວກັບຄືນເມືອປົ່ງອັດຖິຢູ່ແຂວງ ດ້ຽນບຽນ.

ຕອບກັບ