ຊ່ວຍເຫຼືອວິສາຫະກິດຜ່ານຜ່າສິ່ງທ້າທາຍຍ້ອນໂລກລະບາດໂຄວິດ-19, ຮັບກາລະໂອກາດ, ຟື້ນຟູເສດຖະກິດ

Chia sẻ
(VOVWORLD) -ສ້າງທຸກເງື່ອນໄຂຊຸກຍູ້ການຜະລິດດຳເນີນທຸລະກິດ; ສືບຕໍ່ຫຼຸດລະບຽບການບໍລິຫານລົງ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.
ຊ່ວຍເຫຼືອວິສາຫະກິດຜ່ານຜ່າສິ່ງທ້າທາຍຍ້ອນໂລກລະບາດໂຄວິດ-19, ຮັບກາລະໂອກາດ, ຟື້ນຟູເສດຖະກິດ - ảnh 1 (ພາບປະກອບ:  VGP)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ຊີ້ນຳໃຫ້ບັນດາອົງການທີ່ມີໜ້າທີ່ຊ່ວຍເຫຼືອວິສາຫະກິດຜ່ານຜ່າສິ່ງທ້າທາຍຍ້ອນໂລກລະບາດໂຄວິດ-19 ກໍ່ຂືຶ້ນ, ຮັບກາລະໂອກາດ, ຟື້ນຟູເສດຖະກິດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດສືບຕໍ່ຮ່ວມເດີນທາງກັບລັດຖະບານມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຍ້ອນໂລກລະບາດໂຄວິດ-19ກໍ່ຂືຶ້ນ, ເປັນເຈົ້າການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ຮັບກາລະໂອກາດ, ຟື້ນຟູ, ພັດທະນາເສດຖະກິດ-ສັງຄົມຢູ່ ຫວຽດນາມ, ສ້າງຜົນງານ, ເຮັດສຳເລັດບັນດາຄາດໝາຍໃຫ້ຢູ່ໃນລະດັບສູງສຸດ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມໃນປີ 2020 ທີ່ໄດ້ວາງອອກຕາມການສະຫຼຸບຂອງສູນກາງພັກ ແລະ ບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານ.

ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການທີ່ຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນ, ນະຄອນທີ່ຂຶ້ນກັບສູນກາງພັກຮີບດ່ວນພິຈາລະນາ, ແກ້ໄຂບັນດາຂໍ້ສະເໜີຂອງປະຊາຄົມວິສາຫະກິດເພື່ອແກ້ໄຂຄວາມຫຍຸ້ງຍາກ, ສ້າງທຸກເງື່ອນໄຂຊຸກຍູ້ການຜະລິດດຳເນີນທຸລະກິດ; ສືບຕໍ່ຫຼຸດລະບຽບການບໍລິຫານລົງ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.

ຕອບກັບ