ຊູດັງ: ສະພາການທະຫານປ່ຽນຜ່ານສືບຕໍ່ເຈລະຈາກັບສະຫະພັນຝ່າຍຄ້ານ

Chia sẻ
(VOVWORLD) -  ສະພາການທະຫານປ່ຽນຜ່ານຊູດັງ (TMC) ແຈ້ງໃຫ້ຊາບວ່າ ຈະສືບຕໍ່ບັນດາການເຈລະຈາກັບສະຫະພັນອິດສະຫຼະ ແລະ ປ່ຽນແປງຝ່າຍຄ້ານ ໃນວັນທີ 14 ກໍລະກົດ 
ຊູດັງ: ສະພາການທະຫານປ່ຽນຜ່ານສືບຕໍ່ເຈລະຈາກັບສະຫະພັນຝ່າຍຄ້ານ - ảnh 1

ຜູ້ແຫ່ຂະບວນປະທ້ວງ ເຕົ້າໂຮມກັນຢູ່ ນະຄອນຫຼວງ Khartoum (ພາບ:  THX/ TTXVN)

  ສະພາການທະຫານປ່ຽນຜ່ານຊູດັງ (TMC) ແຈ້ງໃຫ້ຊາບວ່າ ຈະສືບຕໍ່ບັນດາການເຈລະຈາກັບສະຫະພັນອິດສະຫຼະ ແລະ ປ່ຽນແປງຝ່າຍຄ້ານ ໃນວັນທີ 14 ກໍລະກົດ ເພື່ອປຶກສາຫາລືກ່ຽວກັບຖະແຫຼງການລັດຖະທໍາມະນູນ ຕາມຂໍ້ສະເໜີຂອງບັນດານັກໄກ່ເກ່ຍ - ເຊິ່ງເປັນຫຼັກຖານເພື່ອກໍານົດສິດອໍານາດ ຂອງອໍານາດການປົກຄອງໃນໄລຍະປ່ຽນຜ່ານ. ຕາມທ່ານ Mohamed Haccen Lebatt, ຜູ້ປະຕິບັດງານຂອງ ສະຫະພາບອາຟະລິກາ ແລ້ວ, ໃນເບື້ອງຕົ້ນ, ກອງປະຊຸມຄາດວ່າໄດ້ດໍາເນີນໃນຕອນຄໍ່າວັນທີ 13 ກໍລະກົດ ຢູ່ໂຮງແຮມ Corinthia ຢູ່ນະຄອນຫຼວງ Khartoum. ເຖິງຢ່່າງໃດກໍຕາມ, ສະຫະພັນຝ່າຍຄ້ານປາດຖະໜາຢາກມີເວລາເພີ່ມເຕີມ ເພື່ອປຶກສາໃຫ້ເລິກເຊິ່ງກວ່າ ສະນັ້ນ ສອງຝ່າຍຕົກລົງເລື່ອນວັນເວລາຈັດຕັ້ງ ກອງປະຊຸມໃນວັນທີ 14 ກໍລະກົດ.

        ກ່ອນໜ້ານັ້ນ, ວັນທີ 12 ກໍລະກົດ, ສະພາການທະຫານປ່ຽນຜ່ານ ຊູດັງ ແລະ ສະຫະພັນຝ່າຍຄ້ານ ໄດ້ເຫັນດີເປັນເອກະພາບ ກ່ຽວກັບຖະແຫຼງການທາງການເມືອງ ກ່ຽວກັບການສ້າງຕັ້ງບັນດາອົງການຈັດຕັ້ງທີ່ມີສິດອໍານາດຂອງໄລຍະປ່ຽນຜ່ານ. 

ຕອບກັບ