ຊຸກຍູ້ເຂດ startup ທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ

Chia sẻ
(VOVWORLD) - ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານຈະມຸ່ງໄປເຖິງການກໍ່ສ້າງລະບົບຊີວະພາບຂອງການເລີ່ມຕົ້ນທຸລະກິດຢ່າງໝັ້ນຄົງເຂັ້ມແຂງຢູ່ນະຄອນ ໂຮ່ຈີມິນ ກໍ່ຄືເຂດພາກໃຕ້, ພ້ອມທັງເປີດກ້ວາງຕະຫລາດສາກົນເທື່ອລະກ້າວ.
ຊຸກຍູ້ເຂດ startup ທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ - ảnh 1ທ່ານ ເລິມຫງວຽນຫາຍລອງ, ປະທານສະມາຄົມຄອມພິວເຕີນະຄອນ ໂຮ່ຈີມິນ (ພາບ: TTXVN) 

ນີ້ແມ່ນເນື້ອໃນໄດ້ປະກາດທີ່ກອງປະຊຸມພົບປະສັງສັນກັບປະຊາຄົມຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານເຂດພາກໃຕ້ ຫວຽດນາມ ປີ 2019, ໂດຍສະມາຄົມຄອມພິວເຕີນະຄອນ ໂຮ່ຈີມິນ (HCA) ຈັດຕັ້ງໃນຕອນຄ່ຳວັນທີ 18 ເມສາ.

        ຕາມທ່ານ ເລິມຫງວຽນຫາຍລອງ, ປະທານສະມາຄົມຄອມພິວເຕີນະຄອນ ໂຮ່ຈີມິນ ແລ້ວ, ດ້ວຍເປົ້າໝາຍສ້າງເຂດ startup ເຕັກໂນໂລຊີຂໍ້ມູນຂ່າວສານ, ສະມາຄົມມີລາຍການ 10+20, ໃນນັ້ນ ມີວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານໃຫຍ່ 10 ແຫ່ງ - ແຕ່ລະວິສາຫະກິດຈະແນະນຳ, ໜູນຊ່ວຍຢ່າງໜ້ອຍສຸດແມ່ນ 2 ວິສາຫະກິດ startup ປະດິດຄິດສ້າງໃນບໍລິເວນນະຄອນ, ແນໃສ່ຊ່ວຍວິສາຫະກິດ startup ໄດ້ສຳຜັດກັບຂໍ້ມູນຂ່າວສານ, ພັດທະນາຜະລິດຕະພັນການບໍລິການ ແລະ ເປີດກ້ວາງການຕະຫລາດ. ພ້ອມກັນນັ້ນ, ສະມາຄົມ ຄອມພິວເຕີນະຄອນ ໂຮ່ຈີມິນ ກໍ່ຈະຜັນຂະຫຍາຍການສ້າງຕັ້ງສູນປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອນຳວິສາຫະກິດ ຫວຽດນາມ ໃຫ້ມີໜ້າຢູ່ເຂດ Silicon, ອາເມລິກາ ນັບມື້ນັບຫລາຍ.

ຕອບກັບ