ຊຸກຍູ້ສັນຍານ 5G ແລະ ປິດສັນຍານ 2G ຕາມແຜນການ

Chia sẻ
(VOVWORLD) - ນັບແຕ່ເດືອນ ກັນຍາ 2026 ຈະຍຸດການກະຈານສັນຍານ 2G ແລະ ນຳໃຊ້ ພຽງແຕ່ສັນຍານ 4G.
ຊຸກຍູ້ສັນຍານ 5G ແລະ ປິດສັນຍານ 2G ຕາມແຜນການ - ảnh 1ການຖະແຫຼງຂ່າວປະຈຳໄລຍະ
(ພາບ: TTXVN)

        ຕອນບ່າຍວັນທີ 13 ພຶດສະພາ, ຢູ່ ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວປະຈຳໄລຍະ, ສະໜອງຂໍ້ມູນກ່ຽວກັບການເຄື່ອນໄຫວຂອງຂະແໜງຖະແຫຼງຂ່າວ ແລະ ສື່ສານ ໃນເດືອນ ເມສາ ຜ່ານມາ. ພິເສດ, ທາງກະຊວງໄດ້ແຈ້ງຂໍ້ມູນກ່ຽວກັບການຜັນຂະຫຍາຍປະຕິບັດແຜນການຫັນສັນຍາໂທລະສັບ 5G ເປັນການຄ້າ ແລະ ແຜນການປິດສັນຍານໂທລະສັບ 2G.

        ຕາມນັ້ນແລ້ວ, ໃນເດືອນ ເມສາ ຜ່ານມາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ມອບໃບອະນຸຍາດສ້າງເຄືອຂ່າຍ ແລະ ສະໜອງການບໍລິການສັນຍານເຄື່ອນທີ່ທາງບົກນຳໃຊ້ເຕັກໂນໂລຊີ 5G ໃຫ້ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ Viettel ແລະ ກຸ່ມບໍລິສັດໄປສະນີໂທລະຄົມ ຫວຽດນາມ (VNPT). 2 ບໍລິສັດດັ່ງກ່າວຈະຜັນຂະຫຍາຍການຫັນສັນຍານ 5G ໃນຂອບເຂດທົ່ວປະເທດເປັນການຄ້າໃນປີ 2024, ສ້າງເຄືອຂ່າຍພື້ນຖານໂຄງລ່າງໃໝ່, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ລັດຖະບານດີຈີຕອນ.

        ກົມໂທລະຄົມມະນາຄົມ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ກໍ່ໃຫ້ຮູ້ວ່າ, ນັບແຕ່ເດືອນ ກັນຍາ 2026 ຈະຍຸດການກະຈານສັນຍານ 2G ແລະ ນຳໃຊ້ ພຽງແຕ່ສັນຍານ 4G.

ຕອບກັບ