ຊຸກຍູ້ບັນດາການເຄື່ອນໄຫວພົວພັນຕ່າງປະເທດ ປະຊາຊົນຫວຽດນາມ-ອິນເດຍ

Chia sẻ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງການພົວພັນທາງການທູດ ຫວຽດນາມ-ອິນເດຍ (07/01/1972 – 07/01/2017), 10 ປີ ແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ (2007-2017)
ຊຸກຍູ້ບັນດາການເຄື່ອນໄຫວພົວພັນຕ່າງປະເທດ ປະຊາຊົນຫວຽດນາມ-ອິນເດຍ - ảnh 1ທ່ານ ໂດນຕວັນຟອງ ແລະ ທ່ານ Geetesh Sharma (ພາບ: KL)

ວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ໂດນຕວັນຟອງ ຮອງປະທານ ທັງເປັນ ເລຂາທິການໃຫຍ່ ຮັບຜິດຊອບສະຫະພັນບັນດາອົງການຈັດຕັ້ງພິດຕະພາບ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະກຳມະການສາມັກຄີ ອິນເດຍ-ຫວຽດນາມ ຂອງລັດ Ben-gan ທາງພາກຕາເວັນຕົກ, ອິນເດຍ, ນຳໂດຍ ທ່ານ Geetesh Sharma, ປະທານຄະນະກຳມະການສາມັກຄີ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 10-22 ມິຖຸນາ 2017. ທ່ານ ໂດນຕວັນຟອງ ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຖືວ່າການມາຢ້ຽມຢາມ ຫວຽດນາມ ຂອງຄະນະກຳມະການສາມັກຄີ ແມ່ນກາລະໂອກາດເພື່ອຮັດແໜ້ນການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດຍິ່ງກວ່າອີກ, ບັນດາການພົວພັນນີ້ໄດ້ມີມານັບກວ່າພັນປີ, ໂດຍບັນດາການນຳອາວຸໂສຂອງສອງປະເທດ ໄດ້ເພີ່ມພູນຄູນສ້າງຂຶ້ນ. ທ່ານ ໂດນຕວັນຟອງ ເນັ້ນໜັກວ່າ, ການສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງການພົວພັນທາງການທູດ ຫວຽດນາມ-ອິນເດຍ, 10 ປີ ແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ  ແລະ ການຢ້ຽມຢາມຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

        ສ່ວນ ປະທານຄະນະກຳມະການສາມັກຄີ ອິນເດຍ-ຫວຽດນາມ ຂອງລັດ Ben-gan ທາງພາກຕາເວັນຕົກ, ອິດເດຍ ທ່ານ Geetesh Sharma, ໃຫ້ຮູ້ວ່າການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ແມ່ນໂອກາດເພື່ອຊ່ວຍຕົນເອງສຳເລັດການຂຽນປຶ້ມຫົວ 1 ກ່ຽວກັບຫວຽດນາມ. ໃນນັ້ນມີບັນດາຄວາມຊົງຈຳເລິກເຊິ່ງຂອງຕົນກ່ຽວກັບປະເທດຊາດ ແລະ ປະຊາຊົນຫວຽດນາມ. ທ່ານ Geetesh Sharma ກໍ່ໃຫ້ຮູ້ວ່າເພື່ອປັບປຸງ ແລະ ເສີມຂະຫຍາຍທ່າແຮງບົ່ມຊ້ອນການທ່ອງທ່ຽວສອງປະເທດ, ຫວຽດນາມອາດຈະໂຄສະນາຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກ ກໍ່ຄືບັນດາປູສະນີຍະສະຖານທາງປະຫວັດສາດ ແບບດັ້ງເດີມຂອງອິນເດຍ ຢູ່ພາກກາງຂອງ ຫວຽດນາມ ໃຫ້ແກ່ແຂກທ່ອງທ່ຽວອິນເດຍ

ຕອບກັບ