ຊຸກ​ຍູ້​ຍຸດ​ທະ​ສາດ “ເອີ​ລົບ​ເຊື່ອມ​ຕໍ່​ທົ່ວ​ໂລກ”

Chia sẻ
(VOVWORLD) -ຍຸດທະສາດຂອງ EU ມີຊື່ວ່າ “ເອີລົບເຊື່ອມຕໍ່ທົ່ວໂລກ” ເພື່ອແນໃສ່ຊຸກຍູ້ຍຸດທະສາດພັດທະນາເສດຖະກິດ ແລະ ການພົວພັນຕ່າງປະເທດ, ພ້ອມທັງ ຮັບປະກັນຜົນປະໂຫຍດຄວາມໝັ້ນຄົງ ແລະ ບັນດາຄຸນຄ່າຂອງ ເອີລົບ.
ຊຸກ​ຍູ້​ຍຸດ​ທະ​ສາດ “ເອີ​ລົບ​ເຊື່ອມ​ຕໍ່​ທົ່ວ​ໂລກ” - ảnh 1ພາບປະກອບ:  ongresso.com

ວັນທີ 12 ກໍລະກົດ, ລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດສະມາຊິກ ສະຫະພາບເອີລົບ (EU) ໄດ້ເຫັນດີເປັນເອກະພາບ ຜັນຂະຫຍາຍແຜນການສ້າງພື້ນຖານໂຄງລ່າງເຊື່ອມຕໍ່ ເອີລົບ ກັບ ໂລກ. ນີ້ແມ່ນບາດກ້າວໃໝ່ທີ່ສຸດ ພາຍຫຼັງບັນດາຂໍ້ຕົກລົງທີ່ບັນລຸໄດ້ກັບ ອິນເດຍ ແລະ ຍີ່ປຸ່ນ ກໍ່ຄືຄຳໝັ້ນສັນຍາທີ່ຄ້າຍຄືກັນ ກັບກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7). ຍຸດທະສາດຂອງ EU ມີຊື່ວ່າ “ເອີລົບເຊື່ອມຕໍ່ທົ່ວໂລກ” ເພື່ອແນໃສ່ຊຸກຍູ້ຍຸດທະສາດພັດທະນາເສດຖະກິດ ແລະ ການພົວພັນຕ່າງປະເທດ, ພ້ອມທັງ ຮັບປະກັນຜົນປະໂຫຍດຄວາມໝັ້ນຄົງ ແລະ ບັນດາຄຸນຄ່າຂອງ ເອີລົບ. ແຜນການໄດ້ຮຽກຮ້ອງໃຫ້ລັດຖະບານ ບັນດາປະເທດສະມາຊິກ EU ລົງທຶນເຂົ້າ ທັງພື້ນຖານໂຄງລ່າງວັດຖຸ ແລະ ບັນດາກອບນິຕິກຳ. ໄປຄຽງຄູ່ກັນນັ້ນ, EU ກໍ່ເນັ້ນໜັ້ກເຖິງຄວາມສຳຄັນຂອງການສ້າງການພົວພັນຄູ່ຮ່ວມມືກັບບັນດາປະເທດ ແລະ ພາກພື້ນທີ່ມີເປົ້າໝາຍລວມ. ຄາດວ່າ, EU ຈະຍົກອອກວິວັດການຢ່າງເປັນທາງການໃຫ້ແກ່ແຜນການເຊື່ອມຕໍ່ທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງນີ້ ນັບແຕ່ປີ 2022.

ຕອບກັບ