ຊຸກ​ຍູ້​ການ​ເຊື່ອມ​ຕໍ່ 3 ພື້ນ​ຖານ​ເສດ​ຖະ​ກິດ ກຳ​ປູ​ເຈຍ, ລາວ ແລະ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

Chia sẻ
(VOVWORLD) - ຄະນະຜູ້ແທນສະພາແຫ່ງຊາດສາມປະເທດ ກຳປູເຈຍ, ລາວ, ຫວຽດນາມ ໄດ້ມີການເຮັດວຽກກັບບັນດາແຂວງນອນໃນເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ - ເຊິ່ງເປັນກິດຈະກຳນອນໃນລາຍການໄປສຳຫຼວດຕົວຈິງ ເພື່ອຮັບໃຊ້ກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1. ຄາດວ່າ ຈະດຳເນີນໃນຕົ້ນເດືອນທັນວາ ຈະມາເຖິງ.       
ຊຸກ​ຍູ້​ການ​ເຊື່ອມ​ຕໍ່ 3 ພື້ນ​ຖານ​ເສດ​ຖະ​ກິດ ກຳ​ປູ​ເຈຍ, ລາວ ແລະ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ບັນຍາກາດການເຮັດວຽກ (ພາບ: qdnd.vn)

ຕອນເຊົ້າວັນທີ 18 ຕຸລາ, ຢູ່ນະຄອນ Pleiku, ແຂວງ ຢາລາຍ ຂອງ ຫວຽດນາມ, ຄະນະຜູ້ແທນສະພາແຫ່ງຊາດສາມປະເທດ ກຳປູເຈຍ, ລາວ, ຫວຽດນາມ ໄດ້ມີການເຮັດວຽກກັບບັນດາແຂວງນອນໃນເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ - ເຊິ່ງເປັນກິດຈະກຳນອນໃນລາຍການໄປສຳຫຼວດຕົວຈິງ ເພື່ອຮັບໃຊ້ກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1. ຄາດວ່າ ຈະດຳເນີນໃນຕົ້ນເດືອນທັນວາ ຈະມາເຖິງ.       

        ທີ່ການເຮັດວຽກ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ນອນໃນເຂດສາມຫຼ່ຽມພັດທະນາ ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາເນື້ອໃນຮ່ວມມືຂອງພາກພື້ນໃນບັນດາຂົງເຂດ, ເຊິ່ງລວມມີ: ການພົວພັນຕ່າງປະເທດ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພ້ອມດຽວກັນນັ້ນ, ບັນດາທ້ອງຖິ່ນຂອງ ຫວຽດນາມ ທີ່ນອນໃນເຂດສາມຫຼ່ຽມພັດທະນາຄື ຢາລາຍ, ກອນຕຸມ, ດັກນົງ, ດັກລັກ, ບິ່ງເຟືອກ ກໍ່ໄດ້ມີຂໍ້ສະເໜີແນະ ເພື່ອເພີ່ມທະວີບົດບາດຂອງລັດຖະສະພາ 3 ປະເທດໃນການຊຸກຍູ້ການພົວພັນຮ່ວມມື, ຄູ່ເຈລະຈາ, ສາມັກຄີ, ວັດທະນາຖາວອນ, ຊຸກຍູ້ການເຊື່ອມຕໍ່ສາມພື້ນຖານເສດຖະກິດ ກຳປູເຈຍ, ລາວ ແລະ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ