ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ - ລາວ ​ແມ່ນ​ໜຶ່ງ​ໃນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ

Chia sẻ
(VOVWORLD) -ຕອນບ່າຍວັນທີ 2 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ຄຳລຽນ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນລາວ. ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ - ລາວ ​ແມ່ນ​ໜຶ່ງ​ໃນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງຕ້ອນຮັບທ່ານພົນຕີ ຄຳລຽນ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນລາວ
(ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງ ຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ທ່ານຢືນຢັນວ່າ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືກັບ ລາວ; ສືບຕໍ່ ເພີ່ມທະວີ ແລະ ປັບປຸງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວໃຫ້ແໜ້ນແຟ້ນ. ທ່ານນາຍົກລັດຖະມົນຕີຫວຽດນາມໃຫ້ຮູ້ວ່າ: ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດ ຂອງຕົນດ້ວຍຄວາມຕັດສິນໃຈສູງສຸດ ເພື່ອພ້ອມກັບ ລາວ ຊຸກຍູ້ການຮ່ວມມືລະຫ່ວາງສອງປະເທດໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດເໝາະສະພາບກັບຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ໃນນັ້ນມີຂົງເຂດການຮ່ວມມືດ້ານປ້ອງກັນປະເທດ.

ທ່ານນາຍົກລັດຖະມົນຕີ ຫວັງວ່າ ກອງທັບຂອງ 2 ປະເທດ ຈະປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງ 2 ປະເທດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ໃນນັ້ນ ມີການເພີ່ມທະວີການແລກປ່ຽນປະສົບການໃນການກໍ່ສ້າງກຳລັງປະກອບອາວຸດ ແລະ ກໍ່ສ້າງພັກໃນກອງທັບຂອງແຕ່ລະປະເທດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນກອງທັບ; ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ; ສົມທົບກັບລາດຕະເວນຊາຍແດນ ສົມທົບກັນແກ້ກັນໄຂບັນດາບັນຫາພາກພື້ນ ແລະ ສາກົນ...

ຕອບກັບ