ຊຸກຍູ້ການຮ່ວມມື ຫວຽດນາມ - ອາເມລິກາ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

Chia sẻ
(VOVWORLD) -ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ, ເພື່ອປະກອບສ່ວນຊ່ວຍໃຫ້ ຫວຽດນາມ ປະຕິບັດບັນດາເປົ້າໝາຍສຳຄັນ, ມີລັກສະນະທົ່ວໂລກໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານສະເໜີໃຫ້ຝ່າຍ ອາເມລິກາ ເພີ່ມທະວີການແລກປ່ຽນບົດຮຽນ, ຖ່າຍທອດເຕັກໂນໂລຊີ
ຊຸກຍູ້ການຮ່ວມມື ຫວຽດນາມ - ອາເມລິກາ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຕ້ອນຮັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ
(ພາບ: TTXVN)

ວັນທີ 05 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ, ເພື່ອປະກອບສ່ວນຊ່ວຍໃຫ້ ຫວຽດນາມ ປະຕິບັດບັນດາເປົ້າໝາຍສຳຄັນ, ມີລັກສະນະທົ່ວໂລກໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານສະເໜີໃຫ້ຝ່າຍ ອາເມລິກາ ເພີ່ມທະວີການແລກປ່ຽນບົດຮຽນ, ຖ່າຍທອດເຕັກໂນໂລຊີ, ລົງທຶນເຂົ້າບັນດາໂຄງການພະລັງງານສະອາດຢູ່ ຫວຽດນາມ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ໃນນັ້ນ, ມີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ ຕ້ານອາດຊະຍາກຳກ່ຽວກັບດິນຟ້າອາກາດ… ພ້ອມກັນນັ້ນ, ໜູນຊ່ວຍ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອຜັນຂະຫຍາຍບັນດາລາຍການ, ໂຄງການພັດທະນາພະລັງງານສະອາດ, ຂຽວ.

        ສ່ວນທ່ານທູດພິເສດ John Kerry ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ອາເມລິກາ ຈະເພີ່ມທະວີການແລກປ່ຽນ ແລະ ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຂົງເຂດດັ່ງກ່າວ ເພື່ອແນໃສ່ຫັນບັນດາເປົ້າໝາຍໃຫຍ່ເຊິ່ງການນຳ 2 ປະເທດໄດ້ວາງອອກທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ໃຫ້ປະກົດຜົນເປັນຈິງ.

ຕອບກັບ