ການຢ້ຽມຢາມໄດ້ດຳເນີນໃນສະພາບທີ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ນອກແວ ພັດທະນາຢ່າງດີງາມ, ການຢ້ຽມຢາມລາຊະອານາຈັກ ນອກແວ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະຊຸກຍູ້ການພົວພັນລະຫວ່າງ 2 ປະເທດກ່ວາອີກ, ເຮັດໃຫ້ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງຕື່ມອີກ ແລະ ເພີ່ມທະວີການພົວພັນຮ່ວມມື ນອກແວ - ຫວຽດນາມ ຕາມທິດມີຄຸນນະພາບ ແລະ ມີປະສິດທິຜົນກ່ວາ.