ຊຸກຍູ້ການພັດທະນາ ວິທະຍາສາດ ແລະ ເຕັດໂນໂລຢີ, ສ້າງແຫຼ່ງກຳລັງໃຫ້ແກ່ການພັດທະນາປະເທດຊາດ

Chia sẻ
(vovworld)- ຕອນ​ເຊົ້າວັນ​ທີ 26/8, ຢູ່​ຮ່າ​ໂນ້ຍ, ທ່ານປະທານຄະນະກຳມະການ ສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ .....
   ຊຸກຍູ້ການພັດທະນາ ວິທະຍາສາດ ແລະ ເຕັດໂນໂລຢີ, ສ້າງແຫຼ່ງກຳລັງໃຫ້ແກ່ການພັດທະນາປະເທດຊາດ - ảnh 1
ທ່ານປະທານຄະນະກຳມະການ ສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ 

(vovworld)- ຕອນ​ເຊົ້າວັນ​ທີ 26/8, ຢູ່​ຮ່າ​ໂນ້ຍ, ທ່ານປະທານຄະນະກຳມະການ ສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດວຽກກັບ​ສະພາ​ມະຫາບັນດິດ​ວິທະຍາສາດ ​ແລະ ​ເຕັດ​ໂນ​ໂລ​ຢີຫວຽດນາມ ກ່ຽວ​ກັບ​ການ​ປະຕິບັດ​ແຜນ​ນະ​ໂຍບາຍຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັດ​ໂນ​ໂລ​ຢີ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານປະທານຄະນະກຳມະການ ສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ສະ​ເໜີ ສະພາ​ມະຫາບັນດິດ​ວິທະຍາສາດ ​ແລະ ​ເຕັດ​ໂນ​ໂລ​ຢີຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ສ້າງ ​ແລະ ຂຸດ​ຄົ້ນ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ, ມີ​ບາດກ້າວ​ບຸກທະ​ລຸ​ໃນ​ບັນດາ​ຂົງ​ເຂດ​ຄົ້ນ​ຄ້ວາ ວິທະຍາສາດ ​ແລະ ​ເຕັດ​ໂນ​ໂລ​ຢີ. ພ້ອມ​ນັ້ນ, ທ່ານປະທານຄະນະກຳມະການ ສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຍັງ​ສະ​ເໜີ​ກະຊວງ ວິທະຍາສາດ ​ແລະ ​ເຕັດ​ໂນ​ໂລ​ຢີຫວຽດນາມ​ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ ຈົ່ງຄົ້ນຄວ້າ​ເພື່ອ​ມີ​ກົນ​ໄກ, ນະ​ໂຍບາຍ​ບຸລິມະສິດ​ໃນ​ການ​ດຶງ​ດູດ, ນຳ​ໃຊ້​ບັນດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ກົນ​ໄກ​ການ​ເງິນ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ....