ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມກ່ຽວກັບຄົມມະນາຄົມຂົນສົ່ງ

Chia sẻ
(VOVWORLD) - ການຜັນຂະຫຍາຍບັນດາໂຄງການຈຸດສຸມຄົມມະນາຄົມຂົນສົ່ງມີຄວາມໝາຍຢ່າງໃຫຍ່ຫຼວງ, ປະກອບສ່ວນປ່ອຍເງິນລົງທຶນພາກລັດ, ຊຸກຍູ້ການເຕີບໂຕເສດຖະກິດໃນເງື່ອນໄຂປະຈຸບັນ
ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມກ່ຽວກັບຄົມມະນາຄົມຂົນສົ່ງ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນເຊົ້າວັນທີ 29 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ, ໄດ້ເປັນປະທານວາລະປະຊຸມເທື່ອທີ 10 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກ ສົມທົບກັບເຊິ່ງໜ້າເຊື່ອມຕໍ່ລະຫວ່າງສຳນັກງານລັດຖະບານກັບ 46 ແຂວງ, ນະຄອນຂຶ້ນກັບສູນກາງ ທີ່ພວມມີບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ການຜັນຂະຫຍາຍບັນດາໂຄງການຈຸດສຸມຄົມມະນາຄົມຂົນສົ່ງມີຄວາມໝາຍຢ່າງໃຫຍ່ຫຼວງ, ປະກອບສ່ວນປ່ອຍເງິນລົງທຶນພາກລັດ, ຊຸກຍູ້ການເຕີບໂຕເສດຖະກິດໃນເງື່ອນໄຂປະຈຸບັນ, ເປີດເຂດພັດທະນາໃໝ່ໃຫ້ແກ່ບັນດາທ້ອງຖິ່ນມີໂຄງການ ແລະ ທົ່ວປະເທດຕາມທິດເໜືອໃຕ້ ແລະ ທິດຕາເວັນອອກ ຕາເວັນຕົກ.

        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຈຳນວນວຽກງານທີ່ຜັນຂະຫຍາຍໃນປີ 2024 ນີ້ແມ່ນຫຼວງຫຼາຍ, ມີຄວາມຮຽກຮ້ອງສູງ, ບັນດາກະຊວງ, ຂະແໜງການ, ນັກລົງທຶນຕ້ອງຕັ້ງໜ້າ, ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ບັນດາແຂວງ, ນະຄອນກະຕຸກຊຸກຍູ້ບັນດານັກຮັບເໝົາລະດົມແຫຼ່ງຊັບພະຍາກອນ, ວັດຖຸຢ່າງຄົບຖ້ວນ ເພື່ອປະຕິບັດ, ພ້ອມທັງຄວບຄຸມລະດັບຄວາມຄືບໜ້າ, ຄຸນນະພາບຢ່າງແໜ້ນແຟ້ນ, ຕອບສະໜອງຄວາມຮຽກຮ້ອງທີ່ໄດ້ວາງອອກ.

ຕອບກັບ