ທ່ານ Koji Hachiyama ຜູ້ອຳນວຍການບໍລິຫານ ERIA ໃຫ້ຮູ້ວ່າ: ຕາມເປົ້າໝາຍທີ 7 ຂອງການພັດທະນາແບບຍືນຍົງຂອງ ສປຊ ແລ້ວ, ບັນດາປະເທດສະມາຊິກ ອາຊຽນ ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄວນຊຸກຍູ້ການນຳໃຊ້ບັນດາແຫຼ່ງພະລັງງານຜະລິດຄືນໃໝ່ ແລະ ບັນດາມາດຕະການຫັນປ່ຽນພະລັງງານມານຳໃຊ້ບັນດາປະເພດເຊື້ອໄຟທີ່ສະອາດກວ່າໃຫ້ມີປະສິດທິຜົນ. ປີ 2019, ERIA ໄດ້ສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບ “ຄວາມຕ້ອງການ ແລະ ຄວາມສາມາດບົ່ມຊ້ອນໃນການສະໜອງພະລັງງານ hyrogen ຢູ່ ອາຊີ ຕາເວັນອອກ” ເພື່ອແນໃສ່ປຶກສາຫາລືກ່ຽວກັບວິທີການຫັນປ່ຽນເປັນ “ສັງຄົມ hyrogen”. ບັນດານັກຄົ້ນຄວ້າສະເໜີເປົ້າໝາຍປະສົມອາຍແກັດ - hyrogen ຢູ່ບັນດາໂຮງງານໄຟຟ້າໃນປັດຈຸບັນ, ເລີ່ມຢູ່ໃນລະດັບ 5% ໃນປີ 2030, ເພີ່ມທະວີບັນດາກາລະໂອກາດປຶກສາຫາລືກ່ຽວກັບການປະກອບສ່ວນຂອງ hyrogen ເຂົ້າໃນວິວັດການແຍກກາກບອນ ກໍຄືບັນດາຂອບເຂດການຮ່ວມມື ເພື່ອແນໃສ່ຊຸກຍູ້ການນຳໃຊ້ແຫຼ່ງເຊື້ອໄຟສະອາດດັ່ງກ່າວ.