ຈຳນວນຜູ້ເສຍຊີວິດຍ້ອນໄວຣັດ nCoV ໃນທົ່ວໂລກສືບຕໍ່ເພີ່ມຂຶ້ນຢ່າງວ່ອງໄວ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 09 ກຸມພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ປະກາດວ່າ ຈຳນວນກໍລະນີຕິດເຊື້ອສາຍພັນໃໝ່ຈາກໄວຣັດໂຄໂຣນາຢູ່ປະເທດນີ້ ໄດ້ຂຶ້ນເຖິງ 37.198 ຄົນ, ເພີ່ມຂຶ້ນກ່ວາ 2.600 ກໍລະນີ ເມື່ອທຽບໃສ່ບົດລາຍງານກ່ອນນັ້ນໜຶ່ງວັນ. 

  ຕາມບົດລາຍງານອັບເດັດນີ້, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ໃຫ້ຮູ້ວ່າ: ມີ 89 ກໍລະນີເສຍຊີວິດໃນວັນທີ 08 ກຸມພາ ຍ້ອນຕິດເຊື້ອລະບາດໄວຣັດໂຄໂຣນາດັ່ງກ່າວ, ໃນນັ້ນ ສະເພາະຢູ່ແຂວງ ຮູເປີ່ຍ ມີ 81 ກໍລະນີເສຍຊີວິດຕື່ມອີກ, ຍົກຍອດຈຳນວນກໍລະນີເສຍຊີວິດຢູ່ ຈີນ ໄລ່ມາຮອດຈຸດເວລານີ້ແມ່ນ 811 ຄົນ.

ຕອບກັບ