ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສືບຕໍ່ຫຼຸດລົງເຫຼືອພຽງ 653 ຄົນ, ບໍ່ມີຜູ້ເສຍຊີວິດ

Chia sẻ
(VOVWORLD) -ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-9 ທັງໝົດ 10.742.234 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິທັງໝົດ 9.637.275 ຄົນ
ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສືບຕໍ່ຫຼຸດລົງເຫຼືອພຽງ 653 ຄົນ, ບໍ່ມີຜູ້ເສຍຊີວິດ - ảnh 1(ພາບປະກອບ)

ຕາມຂ່າວປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງກະຊວງສາທາລະນະສຸກ ຫວຽດນາມ ໃນວັນທີ 24 ມິຖຸນາ ແລ້ວ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ສືບຕໍ່ຫຼຸດລົງເຫຼືອພຽງ 653 ຄົນ, ຢູ່ 38 ແຂວງ, ນະຄອນ. ໃນວັນທີ 24 ມິຖຸນາ, ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 9.351 ຄົນ, ບໍ່ມີຜູ້ເສຍຊີວິດ.

       ນັບແຕ່ເມື່ອເກີດໂລກລະບາດມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-9 ທັງໝົດ 10.742.234 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິທັງໝົດ 9.637.275 ຄົນ, ຜູ້ເສຍຊີວິດທັງໝົດແມ່ນ 43.084 ຄົນ.

ຕອບກັບ