ຈີນຕັ້ງຮ້ານເຈາະນ້ຳມັນຢູ່ເຂດທະເລຂອງຫວຽດນາມໄດ້ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງສັນຕິພາບຢູ່ທະເລຕາເວັນອອກ

Chia sẻ
(vovworld)-ຕອນ​​ເຊົ້າ​ວັນ​ທີ 15/5 ຢູ່ ຮ່າ​ໂນ້ຍ, ບໍລິສັດ​ໃຫຍ່​ຕັດຫຍິບ 10 ​ໄດ້​ຈັດ​ຕັ້ງງານຊຸມນຸມ​ມິດ​ຕິງ​ຄັດຄ​້ານການ​ກະທຳ​ຂອງ​ຈີນ

ຈີນຕັ້ງຮ້ານເຈາະນ້ຳມັນຢູ່ເຂດທະເລຂອງຫວຽດນາມໄດ້ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງສັນຕິພາບຢູ່ທະເລຕາເວັນອອກ - ảnh 1
ຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດທະເລຂອງຫວຽດນາມ
ພາບ:internet


(vovworld)-ຕອນ​​ເຊົ້າ​ວັນ​ທີ 15/5 ຢູ່ ຮ່າ​ໂນ້ຍ, ບໍລິສັດ​ໃຫຍ່​ຕັດຫຍິບ 10 ​ໄດ້​ຈັດ​ຕັ້ງງານຊຸມນຸມ​ມິດ​ຕິງ​ຄັດຄ​້ານການ​ກະທຳ​ຂອງ​ຈີນ​ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ. ມີ​ພະນັກງານ, ກຳມະກອນ​ກວ່າ 10.000 ຄົນ​ໄດ້​ບໍລິຈາກ​ເງິນ​ເດືອນ​ມື້ຫນຶ່ງ​ເພື່ອ​ສະຫນັບສະຫນູນ​ບັນດາ​ພະນັກງານ​ພວມ​ປະຕິບັດ​ຫນ້າ​ທີ່​ຮັກສາ​ອະທິປະ​ໄຕ​ເຂດ​ທ​ະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

​​ໃນ​ວັນ​ດຽວ​ກັນ, ສະມາຄົມ​ອະດີດ​ຊາວ​ຫນຸ່ມ​ຕະລຸມ​ບອນ​ຫວຽດນາມ ​ແລະ ສະມາຄົມ​ທີ່​ເປັນ​ມູນ​ເຊື້ອ ​ເຈື່ອງ​ເຊີນ(ສາຍພູ​ຫລວງ)- ​ເສັ້ນທາງ​ໂຮ່ຈິ​ມິນ ຫວຽດນາມ ​​​ໄດ້​ອອກ​ຖະ​ແຫລ​ງການຢືນຢັນ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ, ​ເດັດດ່ຽວ​ຮຽກຮ້ອງ​ຈີນ ຕ້ອງ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ ​ແລະ ກຳ​ປັ່ນປ້ອງ​ກັນ, ກຳ​ປັ່ນ​ທະຫານ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ສ່ວນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ມາ​ເລ​ເຊຍ ​ໄດ້​ອອກ​ຖະ​ແຫລ​ງການ ໝັ້ນ​ໝາຍ​ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ແບ່ງ​ເບົາ​ຄວາມ​ຫຍຸ້ງຍາກ​ກັບ​ຕຳຫລວດ​ປ້ອງ​ກັນ​ທະ​ເລ, ກຳລັງ​ກວດກາ​ການ​ຫາ​ປາ ​ແລະ ຊາວ​ປະມົງ​ຫວຽດນາມ ພວມ​ປະຕິບັດ​ຫນ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສະມາຄົມ​ມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ອາ​ຊຽນ ​ໄດ້​ອອກ​ຖະ​ແຫລ​ງການ ​ເດັດດ່ຽວ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ, ຮຽກຮ້ອງຝ່າຍ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ພາຫະນະ​ຄຸ້ມ​ຊູ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີ​ບຂອງ​ຫວຽດນາມ. ຖະ​ແຫລ​ງການ ຢືນຢັນ ສະຫນັບສະຫນູນ​​ເລື່ອງດຳ​ເນີນ​ການ​ເຈລະຈາ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ສັນ​ຕິ, ບົນ​ພື້ນຖານ​ກົດໝາຍ​ສາກົນ.

ຕອບກັບ