ຈີນ, ສປປ.ເກົາຫຼີ ປຶກສາຫາລືວິທີເຊື່ອມຕໍ່ການເຈລະຈາ 6 ຝ່າຍຄືນໃໝ່

Chia sẻ
(vovworld)ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໃຫ້​ຮູ້​ວ່າ, ​ເຈົ້າ​ໜ້າ​ທີ່ 2 ປະ​ເທດ​ໄດ້​ແລກປ່ຽນ​ທັດສະນະ​ຢ່າງ​ກົງ​ໄປ​ກົງ​ມາ ​​ແລະ ​ເລິກ​ເຊິ່ງກວ້າງຂວາງ ກ່ຽວ​ກັບ​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ ​ໃນ​ປະຈຸ​ບັນ
ຈີນ, ສປປ.ເກົາຫຼີ ປຶກສາຫາລືວິທີເຊື່ອມຕໍ່ການເຈລະຈາ 6 ຝ່າຍຄືນໃໝ່ - ảnh 1
(ພາບປະກອບ)

(vovworld) - ​​ວັນ​ທີ 21/06, ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຈີນ ຫວາງ​ຢີ ​ແລະ ທ່ານ​ຮອງ​ລັດຖະມົນຕີ​ຜູ້​ທີ​ໜຶ່ງ​ກະຊວງ​ການ​ຕ່າງປະ​ເທດ​ ສປປ​ເກົາຫຼີ Kim Kye Gwan, ທີ່​ພວມ​ຢູ່ຢ້ຽມຢາມ​ປັກ​ກິ​ງ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ການ​ປອດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາ​ຫຼີ ຄືນ​ໃໝ່. ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໃຫ້​ຮູ້​ວ່າ, ​ເຈົ້າ​ໜ້າ​ທີ່ 2 ປະ​ເທດ​ໄດ້​ແລກປ່ຽນ​ທັດສະນະ​ຢ່າງ​ກົງ​ໄປ​ກົງ​ມາ ​​ແລະ ​ເລິກ​ເຊິ່ງກວ້າງຂວາງ ກ່ຽວ​ກັບ​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ ​ໃນ​ປະຈຸ​ບັນ, ວິທີ​ການ​ເຊື່ອມ​ຕໍ່​ວິວັດ​ທະນາການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ສ.​ເກົາຫຼີ ​ແລະ ບາງ​ບັນຫາ​ອື່ນໆ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດສປປ.​ເກົາຫຼີ Kim Kye Gwan ​ໄດ້​ພົບ​ປະ​ກັບ​ທ່ານ​ ຢາງ​ເຈຍ​ຊື້, ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ. ທ່ານ ຢາງ​ເຈຍ​ຊື້ ຢືນຢັນ​ວ່າ ປັກ​ກິ​ງ ຍາມ​ໃດ​ກໍ​ຮັກສາ​ທັດສະນະ​ປອດ​ນິວ​ເຄຼຍ​ໃນ​ແຫຼ​ມ​ເກົາຫຼີ, ພ້ອມ​ທັງ​ຮຽກຮ້ອງ​​ໃຫ້​ບັນດາ​ຝ່າຍດຳ​ເນີນ​ການ​ເຈລະຈາ ​ແລະ ທາ​ບທາມ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ບໍ່​ລົງ​ລອຍ​ກັນ​ຊຶ່ງກ່ຽວຂ້ອງ​ເຖິງ​ບັນຫາ​ດັ່ງກ່າວ, ຊຸກຍູ້​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.