ຈີນ ຢາກປຶກສາຫາລືກັບ ອົດສະຕາລີ ກ່ຽວກັບເລື່ອງເຂົ້າຮ່ວມ CPTPP

Chia sẻ
(VOVWORLD) -ຈີນ ສະແດງຄວາມປາດຖະໜາຢາກເຂົ້າຮ່ວມສັນຍາ CPTPP  ແຕ່ປະຈຸບັນ ອົດສະຕາລີ ຍັງບໍ່ທັນເຫັນດີເລື່ອງເລີ່ມດຳເນີນການພົບປະເຈລະຈາກັບ ຈີນ.
ຈີນ ຢາກປຶກສາຫາລືກັບ ອົດສະຕາລີ ກ່ຽວກັບເລື່ອງເຂົ້າຮ່ວມ CPTPP - ảnh 1ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ອົດສະຕາລີ ແຊວທຽນ
(ພາບ: Gary Ramage)

        ວັນທີ 18 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ອົດສະຕາລີ ແຊວທຽນ ໃຫ້ຮູ້ວ່າ, ຈີນ ສະແດງຄວາມປາດຖະໜາຢາກເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແຕ່ປະຈຸບັນ ອົດສະຕາລີ ຍັງບໍ່ທັນເຫັນດີເລື່ອງເລີ່ມດຳເນີນການພົບປະເຈລະຈາກັບ ຈີນ. ທ່ານເອັກຄະລັດຖະທູດ ຈີນ ຫວັງວ່າ ອົດສະຕາລີ ຈະເຫັນດີຈັດການພົບປະເຈລະຈາໂດຍໄວ ເພື່ອໃຫ້ 2 ຝ່າຍແລກປ່ຽນທັດສະນະຂອງກັນ.

        ບັນດາບາດກ້າວຕັ້ງໜ້າໃນການພົວພັນລະຫວ່າງ ອົດສະຕາລີ ແລະ ຈີນ ດຳເນີນໄປພາຍຫຼັງບັນດາການພົບປະລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງ 2 ປະເທດແຕ່ປີ 2022 ມາຮອດປະຈຸບັນ ເພື່ອນຳການພົວພັນ 2 ຝ່າຍໃຫ້ພັດທະນາເປັນປົກກະຕິ. ໃນສະພາບການນີ້, ຈີນ ປາດຖະໜາວ່າ ຢາກພ້ອມກັບ ອົດສະຕາລີ ເລີ່ມດຳເນີນບັນດາການພົບປະເຈລະຈາການເຂົ້າຮ່ວມສັນຍາ CPTPP.

ຕອບກັບ