ຈີນ ຢັ້ງຢືນບໍ່ຮຽກຮ້ອງບັນດາບໍລິສັດສະໜອງຂໍ້ມູນຕ່າງປະເທດ

Chia sẻ
(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 24 ມີນາ, ກ່ຽວກັບວາລະອະພິປາຍຂອງ ທ່ານ ຈູເສົ້າຈື້, ຜູ້ອຳນວຍການບໍລິຫານ (CEO) ຂອງ Tiktok ຢູ່ ອາເມລິກາຢູ່ສະພາແຫ່ງຊາດ ອາເມລິກາ
ຈີນ ຢັ້ງຢືນບໍ່ຮຽກຮ້ອງບັນດາບໍລິສັດສະໜອງຂໍ້ມູນຕ່າງປະເທດ - ảnh 1ທ່ານ ຈູເສົ້າຈື້, CEO ຂອງ Tiktok ຢູ່ ອາເມລິກາ
(ພາບ:AP)

ຈີນຢັ້ງຢືນຖືເປັນສຳຄັນ ແລະ ປົກປັກຮັກສາຄວາມປອດໄພດ້ານຂໍ້ມູນຂ່າວຕາມລະບຽບກົດໝາຍ, ພ້ອມທັງ ຮຽກຮ້ອງບັນດາບໍລິສັດຕ້ອງສົ່ງຂໍ້ມູນທີ່ເກັບກຳມາຈາກຕ່າງປະເທດ ພາຍຫຼັງ ຜູ້ອຳນວຍການບໍລິຫານ (CEO) ຂອງ Tiktok ຢູ່ ອາເມລິກາ ຕ້ອງອະພິປາຍຕໍ່ສະພາແຫ່ງຊາດຂອງປະເທດນີ້.

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 24 ມີນາ, ກ່ຽວກັບວາລະອະພິປາຍຂອງ ທ່ານ ຈູເສົ້າຈື້, ຜູ້ອຳນວຍການບໍລິຫານ (CEO) ຂອງ Tiktok ຢູ່ ອາເມລິກາຢູ່ສະພາແຫ່ງຊາດ ອາເມລິກາ, ໂຄສົກກະຊວງການຕ່າງປະເທດຂອງ ຈີນ ທ່ານນາງ ໝາວໜິງ ຢັ້ງຢືນວ່າ: ຈີນ ຖືເປັນສຳຄັນ ແລະ ປົກປ້ອງສິດສ່ວນຕົວ ແລະ ຮັກສາຄວາມລັບຕາມຂໍ້ກຳນົດຂອງກົດໝາຍ, “ບໍ່ມີເວລາໃດ ແລະ ຈະບໍ່ຮຽກຮ້ອງບັນດາບໍລິສັດ ຫຼື ສ່ວນບຸກຄົນ ເກັບກຳຂໍ້ມູນ ຫຼື ສະໜອງຂໍ້ມູນ ແລະ ຂ່າວສືບລາຊະການລັບຢູ່ຕ່າງປະເທດໃຫ້ແກ່ລັດຖະບານ ຈີນ, ຕາມວິທີລະເມີດກົດໝາຍຂອງທ້ອງຖິ່ນ”.

ຕອບກັບ