ຈີນ ຈະໄດ້ຮັບໄຊຊະນະຕໍ່ບັ້ນຮົບຕ້ານໂລກລະບາດ Covid-19

Chia sẻ

(VOVWORLD) - ວັນທີ 10 ມີນາ, ທີ່ການໂອ້ລົມກັບຄົນເຈັບຢູ່ໂຮງໝໍ ຂົວເຊີ໋ນຊາງ, ນະຄອນ ອູ່ຫັ້ນ, ແຂວງ ຮູເປີ່ຍ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ: ປະເທດນີ້ ຈະໄດ້ຮັບໄຊຊະນະຕໍ່ບັ້ນຮົບຕ້ານໂລກລະບາດ Covid-19.

ຈີນ ຈະໄດ້ຮັບໄຊຊະນະຕໍ່ບັ້ນຮົບຕ້ານໂລກລະບາດ Covid-19 - ảnh 1 ທ່ານປະທານປະເທດ ຈີນ ສີຈິ້ນຜິງ 

ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ລົງໄປຢື້ຢາມຖາມຂ່າວຖັນແຖວແພດໝໍ ແລະ ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍ ຂົວເຊີ໋ນຊາງ - ເຊິ່ງແມ່ນໂຮງໝໍທີ່ມີເວລາດຳເນີນກໍ່ສ້າງ 10 ວັນ ເພື່ອແນໃສ່ຮັບໃຊ້ໃຫ້ແກ່ວຽກງານປິ່ນປົວຄົນເຈັບທີ່ຕິດເຊື້ອໄວຣັດ Covid-19. ທ່ານ ສີຈິ້ນຜິງ ຢືນຢັນວ່າ: ນັບແຕ່ເມື່ອໂລກພະຍາດແຜ່ລະບາດ, ການນຳ ຈີນ ຍາມໃດກໍ່ຖືຄວາມປອດໄພຂອງຊີວິດ ແລະ ສຸຂະພາບຂອງປະຊາຊົນຢູ່ແຖວໜ້າ, ພ້ອມທັງ ນຳໃຊ້ທຸກມາດຕະການ ເພື່ອແນໃສ່ປິ່ນປົວໃຫ້ຄົນເຈັບ ແລະ ຈຳກັດການຕິດແປດຂອງໂລກລະບາດດັ່ງກ່າວ. 

ຕອບກັບ