ງານ​​ໂຮມ​ຊຸມນຸມ​ມິດ​ຕິງ ສະໜອງວັນ​ທົ່ວ​ປວງ​ຊົນ​ທັງ​ຊາດ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ​ປີ 2019

Chia sẻ
(VOVWORLD) -ປະຊາຊົນ, ແມ່ຍິງ ແລະ ເດັກນ້ອຍແຕ່ລະຄົນຈະຮ່ວມແຮງຮ່ວມໃຈກັນກະທໍາເພື່ອສັງຄົມທີ່ປອດໄພ.
ງານ​​ໂຮມ​ຊຸມນຸມ​ມິດ​ຕິງ ສະໜອງວັນ​ທົ່ວ​ປວງ​ຊົນ​ທັງ​ຊາດ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ​ປີ 2019 - ảnh 1 ງານໂຮມຊຸມນຸມມິດຕິງສະໜອງວັນທົ່ວປວງຊົນທັງຊາດປ້ອງກັນ, ຕ້ານການຄ້າມະນຸດ (ພາບ: baotainguyenmoitruong.vn) 

        ງານໂຮມຊຸມນຸມມິດຕິງສະໜອງວັນທົ່ວປວງຊົນທັງຊາດປ້ອງກັນ, ຕ້ານການຄ້າມະນຸດ (ວັນທີ 30 ກໍລະກົດ) ປີ 2019 ໂດຍສະຫະພັນແມ່ຍິງຫວຽດນາມ ສົມທົບກັບກະຊວງຕໍາຫຼວດຫວຽດນາມ ແລະ ຄະນະກໍາມະການປະຊາຊົນແຂວງລ້າງເຊີນ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 30 ກໍລະກົດ, ຢູ່ແຂວງລ້າງເຊີີນ. ງານໂຮມຊຸມນຸມມິດຕິງ ໄດ້ຈັດຂຶ້ນແມ່ນເພື່ອແນໃສ່ຫັນປ່ຽນຄວາມຮັບຮູ້ ແລະ ການກະທໍາໃນສັງທົ່ວສັງຄົມກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ, ປະກອບສ່ວນຫຼຸດຜ່ອນຄວາມສ່ຽງ ແລະ ອາດຊະຍະກໍາທີ່ກ່ຽວຂ້ອງເຖິງການຄ້າມະນຸດ ແລະ ໜູນຊ່ວຍຜູ້ປະສົບເຄາະຮ້າຍ.

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິທູຮ່າ ປະທານສະຫະພັນແມ່ຍິງຫວຽດນາມ ໃຫ້ຮູ້ວ່່າ, ຕໍ່ໜ້າສະພາບການອາດຊະຍາກໍາຄ້າມະນຸດມີການຜັນແປຢ່າງສັບສົນ ແລະ ມີທ່າອ່ຽງເພີ່ມຂຶ້ນ, ສະຫະພັນແມ່ຍິງຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປ້ອງກັນ, ຕ້ານການຄ້າມະນຸດ. ສະຫະພັນແມ່ຍິງຫວຽດນາມ ໄດ້ເລືອກ ປີ 2019 ເປັນປີແຫ່ງ “ຄວາມປອດໄພສໍາລັບແມ່ຍິງ ແລະ ເດັກນ້ອຍ” ດ້ວຍຄວາມປາດຖະໜາວ່າ ປະຊາຊົນ, ແມ່ຍິງ ແລະ ເດັກນ້ອຍແຕ່ລະຄົນຈະຮ່ວມແຮງຮ່ວມໃຈກັນກະທໍາເພື່ອສັງຄົມທີ່ປອດໄພ.

        ໃນຂອບເຂດຂອງລາຍການ ວັນທົ່ວປວງຊົນທັງຊາດປ້ອງກັນ, ຕ້ານການຄ້າມະນຸດປີ 2019 ຢູ່ແຂວງລ້າງເຊີນ ໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງ ເຊິ່ງລວມມີ: ກອງປະຊຸມສໍາມະນາດ້ວຍຫົວຂໍ້ ປຶກສາຫາລືກ່ຽວກັບມາດຕະການປ້ອງກັນ, ຕ້ານການຄ້າມະນຸດ; ການເຄື່ອນໄຫວສື່ມວນຊົນກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ຢູ່ເມືອງຊາຍແດນກາວລົກ...


ຕອບກັບ