ງານໂຮມຊຸມນຸມຕອບສະໜອງສັບປະດາທະເລແລະໝູ່ເກາະຫວຽດນາມ

ຫວູຢູ້ງ,ນັກ​ຂ່າວVOV
Chia sẻ
​ ຕອນ​ເຊົ້າ​ວັນ​ທີ 8/6, ທີ່​​ເຂດ​ທ່ອງ​ທ່ຽວ​ທະ​ເລ​ທິ້ງລອງ​, ​ແຂວງ ນາມ​ດິ້ງ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໂຮມ​ຊຸມນຸມມິດ​ຕິງ​ຕອບ​ສະໜອງ​ສັບ​ປະດາ​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 8/6, ທີ່​​ເຂດ​ທ່ອງ​ທ່ຽວ​ທະ​ເລ​ທິ້ງລອງ​, ​ແຂວງ ນາມ​ດິ້ງ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໂຮມ​ຊຸມນຸມມິດ​ຕິງ​ຕອບ​ສະໜອງ​ສັບ​ປະດາ​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ​ແລະ ສະ​ເຫຼີ​ມສະຫຼອງ​ວັນ​ມະຫາ​ສະມຸດ​ໂລກ (8/6). ສັບປະດາ​ທ​ະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ປີ 2016 ມີ​ຫົວ​ຂໍ້​ວ່າ “​ເພື່ອ​ໜ່ວຍ​ໂລກ​ຂຽວ”. ວັນ​ມະຫາ​ສະ​ມຸ​ດ​ໂລກ​ປີ​ນີ້​ມີ​ຫົວ​ຂໍ້​ວ່າ “ມະຫາ​ສະມຸດ​ຍືນ​ຍົງ, ໜ່ວຍ​ພິພົບ​ປອດ​ໄສ”.
ງານໂຮມຊຸມນຸມຕອບສະໜອງສັບປະດາທະເລແລະໝູ່ເກາະຫວຽດນາມ - ảnh 1
ທ່ານ ຫງວຽນຊວນຟຸກກ່າວຄຳເຫັນທີ່ພິທີ

        ສັບປະດາ​ທະ​ເລ ​ແລະ ໝູ່​ເກ​າະ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 1 – 8/6 ປະຈຳປີ, ​ໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະຕິ​ຄວາມຮັບຮູ້​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ, ບັນດາ​ອົງການ​ຄຸ້ມ​ຄອງ​ລັດ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​​ກ່ຽວ​ກັບ​ບົດບາ​ດ, ທີ່​ຕັ້ງ​ສຳຄັນ​ຂອງ​ທະ​ເລ, ໝູ່​ເກາະ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປ​ັກຮັກສາ​ປະ​ເທດ​ຊາດ, ກໍ່​ຄື​ເຊີດ​ຊູ​ບັນດາ​ຄຸນຄ່າ​ຂອງ​ມະຫາ​ສະມຸດ​ສຳລັບ​ການ​ມີ​ຊີວິດ​ຂອງ​ມະນຸດ.

        ທີ່​ພິທີ​ໂຮມ​ຊຸມນຸມມິ​ງຕິງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ​ຕ້ອງ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ແຫຼ່ງຊັບພະຍາກອນ​ທະ​ເລ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ. ຈຸດໝາຍ​ຮອດ​ປີ 2020, ​ເສດຖະກິດ​ທະ​ເລ ​ແລະ ​ແຄມ​ທະ​ເລ​ປະກອບສ່ວນ​ແຕ່ 53 – 55% GDP ຂອງ​ທົ່ວ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ:

        “ການປົກ​ປັກ​ຮັກສາ​ສິ່​ງ​ແວດ​ລ້ອມ​ທະ​ເລ​ແມ່ນ​ໜ້າ​ທີ່​ສຳຄັນ​ພິ​ເສດ, ​ເປັນ​ປະຈຳ, ຍາວ​ນານ. ​ເພີ່ມ​ທະວີ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພິ​ເສດ​ແມ່ນ​ເຂດ​ແຄມ​ທະ​ເລ, ຮັບ​ມື​ກັບ​ບັນດາ​​ເຫດ​ການ​ທີ່​ເກີດ​ຂຶ້ນ​ຕໍ່ສິ່ງ​ແວດ​ລ້ອມ​ຢ່າ​ງທັນ​ການ. ຮຽກຮ້ອງ​​ໃຫ້​ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ເປັນ​ເຈົ້າ​ການ​ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່ກ່ຽວຂ້ອງ ​ແລະ ບັນດາ​ທ້ອງ​ຖິ່ນ​ກວດກາ​ໂດຍ​ກົງບັນດາ​ໂຄງການ​ລະບາຍ​ນຳ້​ອອກ​ສູ່​ທະ​ເລ, ຮັບປະກັນ​ຕ້ອງ​ປະຕິບັດ​ຢ່າງ​​ເຂັ້ມ​ງວດ, ມີ​ປະສິດທິ​ຜົນ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​​ແວດ​ລ​້ອມ, ​ເດັດ​ດ່ຽວ​ຕັດ​ສິນ​ລົງ​ໂທດ​ບໍ່​ວ່າ​ບຸກຄົນ, ອົງ​ການ​ໃດທີ່​ມີ​ການ​ກະທຳ​ລະ​ເມີດ.”

        ທ່ານນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ມີ​ຜົນ​ປະ​ໂຫຍ​ດຢູ່​ທະ​ເລ​ຕາ​ເວັນ​ອອກ​ທີ່ມີ​ບັນດາ​ການ​ກະທຳຢ່າງ​ແທດ​ຈິງ, ປະກອບສ່ວນ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​​ເສລີ​ໃນ​ການ​ເດີນ​ເຮືອ, ການບິນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດລ້ອມ​ທະ​ເລ.