ງານວາງສະແດງກ່ຽວກັບອະທິປະໄຕ ຂອງຫວຽດນາມຕໍ່ເຂດໝູ່ເກາະ ຮ່ວາງຊາ

Chia sẻ

​ງານ​ວາງສະ​ແດງ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ຕໍ່​ເຂດ​ໝູ່​ເກາະຮ່ວາງ​ຊາ

ງານວາງສະແດງກ່ຽວກັບອະທິປະໄຕ ຂອງຫວຽດນາມຕໍ່ເຂດໝູ່ເກາະ ຮ່ວາງຊາ - ảnh 1

(ພາບ: tintuc.vnn.vn)

(vovworld)- ​ວັນ​ທີ 20/1, ຢູ່​ຫໍ່​ພິພິຕະພັນ​ດ່າ​ນັງ, ຄະນະ​ກຳມະການ​ປະຊາຊົນ​ເມືອງ​ຮ່ວາງ​ຊາ, ສະຖານ​ບັນ​ຄົ້ນຄ້ວາ​ພັດທະນາ​ເສດຖະກິດ-​ສັງຄົມ​ດ່າ​ນັງ, ສະມາ ຄົມ​ວິທະຍາສາດ​ປະຫວັດສາດ​ດ່າ​ນັງ ​ແລະ ໜັງ​ສຶພິມ​ໄວ​ໜຸ່ມ ສົມທົບ​ກັນ​ຈັດ​ງານ​ວາງສະ​ແດງ​ບັນດາ​ເອກະສານ​ຫາ​ກໍ​​ໄດ້​ຮັບ​ການຄົ້ນພົບ​ໃໝ່ທີ່​ກ່ຽວຂ້ອງ​ເຖິງອະທິປະ​ໄຕ​ຂອງ​ຫວຽດນາມ ​ຕໍ່​ເຂດ​ໝູ່​ເກາະຮ່ວາງ​ຊາ. ງານ​ວາງສະ​ແດງຍັງ​ໄດ້​ແນະນຳ​ແຜນ​ທີ່ 95 ​ແຜ່ນ​ໄດ້​ຮັບ​ການ​ຮຽບຮຽງ ​ເພື່ອ​ແນ​ໃສ່​ຢັ້ງຢືນອະທິປະ​ໄຕ​ຂອງ​ຫວຽດນາມ ​ຕໍ່​ເຂດ​ໝູ່​ເກາະ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ. ທ່ານ​ດັ້ງກົງ​ຫງື໋  ປະທານຄະນະ​ກຳມະການ​ປະຊາຊົນ​ເມືອງ​ຮ່ວາງ​ຊາ ນະຄອນ​ດ່າ​ນັງ ​ໃຫ້​ຮູ້​ວ່າ:

  “ນີ້​ແມ່ນ​ງານ​ວາງສະ​ແດງ​ເອກະສານ​ກ່ຽວ​ກັບ​ຮ່ວາງ​ຊາ​ ຢ່າງ​ເປັນ​ພື້ນຖານ ​ແລະ ລະອຽດ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ ໂດຍຄະນະ​ກຳມະການ​ປະຊາຊົນ​ເມືອງ​ຮ່ວາງ​ຊາ ພ້ອມກັບ​ບັນດາ​ຫົວໜ່ວຍ​ຈັດຕັ້ງປະຕິບັດ. ບັນດາ​ເອກະສານ​ນີ້​ມີ​ຊີວິດ​ຊີວາ ​ແລະ ​ແທ້ຈິງ​ທີ່​ສຸດ, ​ແມ່ນ​ວຽກ​ຈິງ​ຄົນ​ແທ້ຊື່​ງພວກ​ຂ້າພະ​ເຈົ້າຢາກ​ນຳ​ມາ​ໃຫ້​ປະຊາຊົນ​ຮັບ​ຊາບ​ກ່ຽວ​ກັບອະທິປະ​ໄຕ​​ເຂດ​ໝູ່​ເກາະ​ທະ​ເລຂອງ​ຫວຽດນາມ ຜ່ານ​ບັນດາ​ໄລຍະ​ຄື​ແນວ​ໃດ“