ງານພົບປະແລກປ່ຽນ ເຂດຊາຍແດນຫວຽດ ນາມ - ລາວ 2012

Chia sẻ
ຕອນ​ບ່າຍ​ວັນ​ທີ 19/8, ຢູ່​ແຂວງ ຮ່າຕີ້​ງ, ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕີ້​ງ ຈັດ​ຕັ້ງ​ການມອບ​ລາງວັນ “ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ, ການທ່ອງທ່ຽວ​​​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ 2012”
ງານພົບປະແລກປ່ຽນ ເຂດຊາຍແດນຫວຽດ ນາມ - ລາວ 2012 - ảnh 1
ລາຍການສິລະປະໃນງານພົບປະແລກປ່ຽນ
(ພາບ: Thanh Tùng/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 19/8, ຢູ່​ແຂວງ ຮ່າຕີ້​ງ, ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕີ້​ງ ຈັດ​ຕັ້ງ​ການມອບ​ລາງວັນ “ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ, ການທ່ອງທ່ຽວ​​​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ 2012”. ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ, ການທ່ອງທ່ຽວ​​​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ຖືກ​ຈັດ​ຂຶ້ນ​​ໃນ​ລະຫວ່າງ​ວັນ​ທີ 17 – 19/8 ຢູ່ ​ແຂວງ​ຮ່າ​ຕີ້​ງດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ​ທີ່​ຟົດ​ຟື້ນ​ລະຫວ່າງ​ບັນດາ​ແຂ​ວງຊາຍ​ແດນ​ຄື: ​ເງ້ອານ, ຮ່າ​ຕີ້​ງ, ກວາງ​ບິນ (ຫວຽດນາມ) ​ແລະ ຊຽງ​ແຂວງ,  ບໍລິ​ຄຳ​ໄຊ, ຄຳ​ມ່ວນ (ຂອງ​ລາວ). ການ​ເຄື່ອນ​ໄຫວ​ແຂ່ງຂັນ​ກິລາ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິລາທັງ​ໝົດ 100 ຄົນຊຶ່ງ​ໄດ້​ພ້ອມ​ກັນ​ແຂ່ງຂັນ​ໃນກິລາ 4 ປະ​ເພດ​ຄື: ຕີ​ດອກ​ປີກ​ໄກ, ປິ່ງ​ປ່ອງ, ດຶງ​ເຊືອກ, ຊັດ​ໄມ້​ຄອນ ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຫຼຽນ 15 ຊຸດ​ໃຫ້​ແກ່​ບັນດາ​ນັກ​ກິລາ​. ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ພົ້ນ​ເດັ່ນ​ແມ່ນ ງານ​ວາງສະ​ແດງ​ຮູບ​ຖ່າຍ “ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ຫວຽດນາມ - ລາ​ວ” ​ໄດ້​ວາງສະ​ແດງ​ຮູບ​ຖ່າຍກ່ວາ 100 ​ແຜ່ນ ​ແລະ ວັດ​ຖຸພັນ​ທີ່​ມີ​ລ້ຳ​ຄ່າ 300 ຢ່າງ, ພ້ອມ​ກັບ​​ແຜ່ນ​ຊີ​ດີ, ສິ່ງ​ພິມວັດທະນະທຳ​ທີ່​ດີ​ເດັ່ນ​ສຳລັບ​ພື້ນຖານ​ວັດທະນະທຳ​ຊົນ​ເຜົ່າ​ຂອງ​ບັນດາ​ເຜົ່າ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ​ທີ່​ໄດ້ຮັບ​ເລືອກ​ເຟັ້ນນຳ​ມາ​ວາງສະ​ແດງ​ໃນ​ງານ​ຄັ້ງ​ນີ້. ກ່ຽວ​ກັບ​ການທ່ອງທ່ຽວມີ​ກອງ​ປະຊຸມ​ສຳ​ມະ​ນາ “ການທ່ອງທ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ ວັດທະນະທຳ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ” ​ເພື່ອ​ຊອກ​ຫາ​ມາດ​ຕະການ​ຊຸກຍູ້ການ​ພັດທະນາ​ການທ່ອງທ່ຽວ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ຕາມ​ທິດ​ຍືນ​ຍົງ ​ແລະ ມີ​ປະສິດທິ​ຜົນ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ກະຊວງ​ວັດທະນະທຳ - ກິລາ ​ແລະ ການ​ທ່ອງ​ທ່ຽວ​ຫວຽດນາມ, ​ໃບ​ຍ້ອງ​ຍໍ​ຂອງກະຊວງ​ຖະແຫຼງຂ່າວ ວັດທະນະທຳ ແລະ ການ​ທ່ອງ​ທ່ຽວ​ ລາວ ​ໃຫ​້ 7 ໝູ່​ຄະນະ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ລາຍການ​ພົບ​ປະ​ແລກປ່ຽນ. ພາຍຫຼັງການຈັດ​ງານ​ຢູ່​ແຂວງ ຮ່າ​ຕີ້ງ, ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ຈະ​ສືບ​ຕໍ່​ຖືກ​ຈັດ​ຕັ້ງ​ຂຶ້ນຢູ່​ບັນດາ​ແຂວງ​ມີ​ຊາຍ​ແດນ​ຮ່ວມ​ກັບ​ລາວ ​ເຊິ່ງລວມມີ: ​ແຂວງ ດ້ຽນບຽນ ​ແຕ່​ວັນ​ທີ 20 – 23/8, ​ເຊີນ​ລາ 29/8 – 1/9, ​ແທງ​ຮ໋ວາ, ກວາງ​ຈີ້, ​ເທື່ອ​ທຽນ​ເຫ້ວ, ກວາງ​ນາມ ​ໃນ​ທ້າຍ​ເດືອນ 9 ​ແລະ ​ແຂວງ ກອນ​ຕຸ​ມ ​ໃນ​ຕົ້ນ​ເດືອນ 10/2012. ພິທີ​ອັດ​ງານ​ພົບ​ປະ​ແລກ​ປ່ຽນຈະ​ດຳ​ເນີນ​ໃນ​ເດ​ືອນ 12/2012.