ງານປະກວດສີມື ແຮງງານອາຊຽນ ຄັ້ງທີ 10

Chia sẻ
(vovworld) –​​​​​​​​​ໃນ​ມື້​ທຳ​ອິດ​ທີ່​ງານ​ປະ​ກວດ​ສີມື​ແຮງງງານ​ອາ​ຊຽນຄັ້ງທີ 10, ຜູ້​ເຂົ້າຮ່ວມ​ງານ​ປະ​ກວດ 293 ຄົນ​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ​ໄດ້​ເຂົ້າຮ່ວມ​ງານ​ປະ​ກວດ​ໃນ 25 ອາຊີບ ດ້ວຍ​ຈິດ​ໃຈ​ເຂັ້ມງວດ.

ງານປະກວດສີມື ແຮງງານອາຊຽນ ຄັ້ງທີ 10 - ảnh 1

ພິທີໄຂງານປະກວດສີມືແຮງງານອາຊຽນຄັ້ງທີ 10

(ພາບ:vov)

 (vovworld) –​​​​​​​​​ໃນ​ມື້​ທຳ​ອິດ​ທີ່​ງານ​ປະ​ກວດ​ສີມື​ແຮງງງານ​ອາ​ຊຽນຄັ້ງທີ 10, ຜູ້​ເຂົ້າຮ່ວມ​ງານ​ປະ​ກວດ 293 ຄົນ​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ​ໄດ້​ເຂົ້າຮ່ວມ​ງານ​ປະ​ກວດ​ໃນ 25 ອາຊີບ ດ້ວຍ​ຈິດ​ໃຈ​ເຂັ້ມງວດ. ຕາມ​ທ່ານ​ເຢືອງດຶກ​ເລີ​ນ, ຫົວໜ້າ​ໃຫ່ຍສອນວິຊາ​ຊີບ (ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ) ​ແລ້ວ, ການ​ໃຫ້​ຄະ​ແນນ​ໄດ້​ຖືກ​ປະຕິບັດ​ຕາມ​ຂໍ້​ກຳນົດ​ໃນປະ​ກວດ​ສີມື​ແຮງງງານ​ອາ​ຊຽນ ​ໂດຍ​ບັນດາ​ຜູ້​ຊ່ຽວຊານ​ຂອງ​ແຕ່​ລະອາ​ຊີບ​ເປັນ​ຜູ້​ບໍລິຫານ. ບັນດາ​ຜູ້​ຊ່ຽວຊານ​ຈະ​ໃຫ້​ຄະ​ແນນ, ສັງ​ລວມ​ແບບ​ອັດຕະ​ໂນ​ມັດ, ຮັບປະກັນ​ລັກສະນະ​ພາວະ​ວິ​ໃສ, ຍຸດຕິ​ທຳ, ສັດ​ຊື່.

  ​ໃນ​ໄລຍະ​ດຳ​ເນີນງານປະ​ກວດ​ສີມື​ແຮງງງານ​ອາ​ຊຽນ ຄື​ແຕ່​ວັນ​ທີ 24-26/10, ຄະນະ​ຈັດຕັ້ງ​ໄດ້​​ເປີດ​ປະຕູ​ໃຫ້​ຜູ້​ຊົມ​ສາມາດ​ມາ​ຢ້ຽມ​ຊົມ, ຕິດຕາມ​ຜູ້​ເຂົ້າຮ່ວມງານ​ປະ​ກວດ. ນີ້​ກໍ່​ແມ່ນ​ໂອກາດ​ໃຫ້​ບັນດາ​ນັກຮຽນ, ນັກ​ສຶກສາ​ບັນດາ​ໂຮງຮຽນ​ວິທະຍາ​ໄລ, ​ໂຮງຮຽນ​ຊັ້ນກາງ​ສອນ​ວິຊາ​ຊີບ​ໃນ​ບໍລິ​ເວນນະຄອນ​ຮ່​າໂນ້ຍ ​ແລະ ​ແຂວງ​ອ້ອມ​ແອ້ມ​ມາ​ຮ່ຳຮຽນ, ສະ​ສົມ​ບົດຮຽນ ​ແລະ ກຳນົດ​ທິດ​ອາຊີບ​ໃນ​ອະນາຄົດ./.