ງານຕະຫຼາດນັດການຄ້າ ອາຊຽນ - ຈີນ ໄດ້ຈັດເຂດວາງສະແດງໃຫ້ແກ່ບັນດາສະມາຊິກສັນຍາ RCEP

Chia sẻ
(VOVWORLD) - ທີ່ງານຕະຫຼາດນັດຄັ້ງນີ້, ຄະນະຈັດຕັ້ງໄດ້ຈັດເຂດວາງສະແດງໃຫ້ແກ່ບັນດາພື້ນຖານເສດຖະກິດສະມາຊິກຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຂົ້າຮ່ວມ.

ງານຕະຫຼາດນັດວາງສະແດງ ອາຊຽນ - ຈີນ (CAEXPO) ຄັ້ງທີ 19 ເຊິ່ງຄາດວ່າຈະຈັດຂຶ້ນແຕ່ວັນທີ 16 – 19 ກັນຍາຢູ່ນະຄອນ ໜາມໜິງ, ນະຄອນເອກຂອງເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ ກວາງສີ ຢູ່ພາກໃຕ້ຂອງປະເທດຈີນ. ທີ່ງານຕະຫຼາດນັດຄັ້ງນີ້, ຄະນະຈັດຕັ້ງໄດ້ຈັດເຂດວາງສະແດງໃຫ້ແກ່ບັນດາພື້ນຖານເສດຖະກິດສະມາຊິກຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຂົ້າຮ່ວມ.

        ທ່ານ Shi Zuyao, ຜູ້ຕາງໜ້າຄະນະເລຂາ CAEXPO ໃຫ້ຮູ້ວ່າ: ບັນດາບໍລິສັດ ແລະ ບັນດາອົງການຈາກຫຼາຍພື້ນຖານເສດຖະກິດສະມາຊິກຂອງສັນຍາ RCEP ຄື: ສ ເກົາຫຼີ, ຍີ່ປຸ່ນ ຢັ້ງຢືນວ່າຈະເຂົ້າຮ່ວມ. ໃນຂະນະນັ້ນ, ບາງປະເທດສະມາຊິກ ອາຊຽນ ຄື: ໄທ, ຫວຽດນາມ, ລາວ, ມຽນມາ ແລະ ບຣູໄນ ກໍ່ເລີ່ມຈັດຮ້ານວາງສະແດງຂອງຕົນແລ້ວ.

ຕອບກັບ